ສະພາແຫ່ງຊາດສະເໜີໃຫ້ລັດຖະບານສືບຕໍ່ຄົ້ນຄວ້າບາງມາດຕະການແກ້ໄຂການລະບາດພະຍາດໂຄວິດ-19

     ໃນວາລະກອງປະຊຸມສະໄໝວິສາມັນເທື່ອທີ 1 ສະພາແຫ່ງຊາດຊຸດທີ 9 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີໄດ້ຂຶ້ນສະເໜີບົດລາຍງານສະພາບການລະບາດ ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ວັນທີ 9 ສິງຫາ 2021 ວ່າ: ເຖິງແມ່ນວ່າຢູ່ ສປປ ລາວ ຈະສາມາດຄວບຄຸມການລະບາດໃນຊຸມຊົນໄດ້ດີ ແຕ່ເມື່ອແຮງງານລາວໄດ້ໄຫຼກັບຄືນປະເທດໃນຕະຫຼອດໄລຍະເດືອນມິຖຸນາ ຫາ ເດືອນກໍລະກົດ ຈຶ່ງເຮັດໃຫ້ມີການຕິດເຊື້ອນໍາເຂົ້າຈາກປະເທດໃກ້ຄຽງເພີ່ມຂຶ້ນຫຼາຍໃນແຕ່ລະວັນ ດັ່ງນັ້ນສະຖານທີ່ຈໍາກັດບໍລິເວນຈຶ່ງບໍ່ພຽງພໍ ບໍ່ໄດ້ມາດຕະຖານ ແລະ ແອອັດ ບໍ່ສາມາດປະຕິບັດໄລຍະຫ່າງ ເຮັດໃຫ້ພົບກໍລະນີຕິດເຊື້ອເມື່ອຈໍາກັດບໍລິເວນຄົບ 14 ວັນແລ້ວ ແລະ ນໍາເຊື້ອໄປຕິດຕໍ່ໃນຊຸມຊົນຢູ່ບາງແຂວງ ສະເພາະເດືອນກໍລະກົດ ມີຜູ້ຕິດເຊື້ອ 4.155 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນ 84 ຄົນ ແລະ ນໍາເຂົ້າ 4.071 ຄົນ ສະເລ່ຍ 97,9% ແມ່ນການຕິດເຊື້ອຈາກການນໍາເຂົ້າ ເຊິ່ງແມ່ນສາຍພັນເດວຕ້າ ທຽບໃສ່ໄລຍະຜ່ານມາເພີ່ມຂຶ້ນສູງ. 

     ການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແກ້ໄຂການລະບາດ ແລະ ມາດຕະການແກ້ໄຂຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ບັນດາຂະແໜງການ ແລະ ທ້ອງຖິ່ນໄດ້ຜັນຂະຫຍາຍຄໍາສັ່ງເລກທີ 15/ນຍ ແຈ້ງການຂອງລັດຖະບານ ກໍຄືຂອງຄະນະສະເພາະກິດ ເປັນນິຕິກໍາຂອງຕົນ ສອດຄ່ອງກັບສະພາບຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ ໄດ້ນໍາໃຊ້ມາດຕະການຄວບຄຸມການລະບາດໂດຍແບ່ງເປັນເຂດຄວບຄຸມ ເຊິ່ງມີລະບຽບການຄຸ້ມຄອງທີ່ຊັດເຈນ ທັງໄດ້ຮັບການຮ່ວມມືຈາກທຸກພາກສ່ວນເປັນຢ່າງດີ ໄດ້ເພີ່ມຄວາມເຂັ້ມງວດການຈໍາກັດບໍລິເວນ ໄດ້ເປີດການນໍາໃຊ້ບໍລິການ “ລາວສູ້ໆ” ເພື່ອບັນທຶກຂໍ້ມູນປະຫັວດການເຄື່ອນໄຫວຂອງບຸກຄົນ ນອກນັ້ນ ໄດ້ສືບຕໍ່ໂຄສະນາເຜີຍແຜ່ມາດຕະການຕ່າງໆດ້ວຍຫຼາຍຮູບແບບ ຕິດຕາມສະພາບພົ້ນເດັ່ນໃນສື່ສັງຄົມອອນລາຍ ເມື່ອມີການເຜີຍແຜ່ ຫຼື ສົ່ງຕໍ່ຂໍ້ມູນທີ່ບິດເບືອນດ້ວຍການກວດກາ ແລະ ແກ້ໄຂ ພ້ອມນັ້ນ ຍັງໄດ້ຖະແຫຼງຂ່າວປະຈໍາວັນກ່ຽວກັບສະພາບການລະບາດ ນອກນັ້ນ ໄດ້ເຂັ້ມງວດລາດຕະເວນຕາມຊາຍແດນ ເພື່ອບໍ່ໃຫ້ມີການລັກລອບຂ້າມແດນແບບຜິດກົດໝາຍ ທັງໄດ້ດໍາເນີນຄະດີຕໍ່ຜູ້ທີ່ມີສ່ວນພົວພັນໃນການເຂົ້າຮ່ວມແບບຜິດກົດໝາຍ ແລະ ການລະບາດໃນຄັ້ງນີ້. 

    ມາດຕະການດ້ານການແພດ ໄດ້ເຝົ້າລະວັງການຄວບຄຸມ ການຈໍາກັດບໍລິເວນ ໂດຍໄດ້ກະກຽມສະຖານທີ່ຈໍາກັດບໍລິເວນ 134 ແຫ່ງ ປັດຈຸບັນ ເປີດນໍາໃຊ້ 69 ແຫ່ງ ນອກນັ້ນໄດ້ກະກຽມໂຮງແຮມໄວ້ຮອງຮັບ 124 ແຫ່ງ ນໍາໃຊ້ຕົວຈິງ 44 ແຫ່ງ ເຊິ່ງຕ້ອງໄດ້ມີການຂະຫຍາຍຕື່ມເພື່ອໃຫ້ພຽງພໍ ການປິ່ນປົວໄດ້ຈັດສັນໂຮງໝໍສູນກາງ ໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນບາງແຫ່ງ ນອກນີ້ຍັງມີໂຮງໝໍພາກສະໜາມທີ່ມີຄວາມພ້ອມທາງດ້ານອຸປະກອນການແພດ ແລະ ຢາປິ່ນປົວ ສໍາລັບການສັກວັກຊິນ ມາຮອດວັນທີ 6 ສິງຫາ ທົ່ວປະເທດສັກເຂັມທີ 1 ໄດ້ 1.361.848 ຄົນ ເທົ່າກັບ 18,56% ແລະ ເຂັມທີ 2 ໄດ້ 1.212.791 ຄົນ ເທົ່າກັບ 16,53% ໃນຕໍ່ໜ້າຈະສືບຕໍ່ປະຕິບັດທຸກມາດຕະການທີ່ໄດ້ປະຕິບັດຜ່ານມາໃຫ້ເຂັ້ມງວດຫຼາຍກວ່າເກົ່າ ເພື່ອຮັບປະກັນບໍ່ໃຫ້ມີການລະບາດເປັນວົງກວ້າງຢູ່ໃນປະເທດລາວ. 

    ໂອກາດນີ້ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວໂດຍມີບາງຂໍ້ສະເໜີໃຫ້ລັດຖະບານນໍາໄປຄົ້ນຄວ້າພິຈາລະນາ ເປັນຕົ້ນ ສືບຕໍ່ຄົ້ນຄວ້າ ຍົກໃຫ້ເຫັນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນແຕ່ລະຂົງເຂດໃຫ້ລະອຽດ ສືບຕໍ່ແກ້ໄຂຂໍ້ຄົງຄ້າງ ອຸປະສັກ ແລະ ກຽມຮັບມືກັບສິ່ງທ້າທາຍທີ່ຈະເກີດຂຶ້ນໃນຕໍ່ໜ້າ ສະເໜີໃຫ້ຄົ້ນຄວ້າວາງມາດຕະການຮັບມືແກ້ໄຂໃນໄລຍະສະເພາະໜ້າ ໄລຍະກາງ ແລະ ໄລຍະຍາວ ຍົດລະດັບຄວາມຮັບຮູ້ ແລະ ບົດຮຽນໃນການປິ່ນປົວ ເພື່ອຕອບໂຕ້ທັນກັບພະຍາດສາຍພັນໃໝ່ ຮີບຮ້ອນກໍ່ສ້າງ ແລະ ປັບປຸງສະຖານທີ່ຈໍາກັດບໍລິເວນ ແລະ ສະຖານທີ່ປິ່ນປົວໃຫ້ໄດ້ມາດຕະຖານ ແລະ ພຽງພໍ ລວມທັງສະໜອງເຄື່ອງມື ແລະ ອຸປະກອນການແພດ ຕະຫຼອດຮອດສິ່ງອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງແພດໝໍ ແລະ ໜ່ວຍງານກ່ຽວຂ້ອງໃຫ້ພຽງພໍ ແລະ ທັນການ.

   # ຂ່າວ & ພາບ :  ຂັນທະວີ

error: Content is protected !!