ນວ ໄດ້ຮັບເຄື່ອງຊ່ວຍເຫຼືອເພື່ອຕ້ານພະຍາດໂຄວິດ

    ວັນທີ 9 ສິງຫາ 2021 ສູນກາງແນວລາວສ້າງຊາດ ໄດ້ນໍາເອົາຕຽງນອນ 100 ຊຸດ ແລະ ໝອນ 100 ຊຸດ ລວມມູນຄ່າ 56 ລ້ານກີບ ທີ່ໄດ້ຈາກການລະດົມທຶນນຳພາກສ່ວນຕ່າງໆໃນສັງຄົມ ມາມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄອບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ (ນວ) ເພື່ອນໍາໄປແຈກຢາຍໃຫ້ແຕ່ລະສູນ ໂດຍສະເພາະຜູ້ກຳຈັດບໍລິເວນຢູ່ສູນທີ່ຍັງຂາດເຂີນຕຽງນອນ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ພຽງພໍກັບຄວາມຕ້ອງການຢ່າງທົ່ວເຖິງ ເຊິ່ງກ່າວມອບໂດຍທ່ານ ເຢ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ແລະ ຮັບໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນວ.

    ໂອກາດດັ່ງກ່າວ ທ່ານຮອງເຈົ້າຄອງໄດ້ສະແດງຄວາມຂອບໃຈຕໍ່ສູນກາງແນວລາວສ້າງຊາດ ທີ່ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນດັ່ງມາມອບໃຫ້ຄະນະສະເພາະ ນວ ເປັນການປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ຊ່ວຍເຫຼືອວຽກງານດັ່ງກ່າວໃຫ້ມີຜົນສໍາເລັດເທື່ອລະກ້າວ ເຊິ່ງເຄື່ອງຊ່ວຍເຫຼືອຈຳນວນນີ້ ຄະນະສະເພາະ ນວ ຍັງຈະໄດ້ນຳໄປແຈກຢາຍ ແລະ ມອບຕໍ່ໃຫ້ແຕ່ລະສູນທີ່ຍັງຂາດເຂີນຂອງເຄື່ອງໃຊ້ດັ່ງກ່າວຕື່ມອີກ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!