ປັບປຸງນະໂຍບາຍກົນໄກຄຸ້ມຄອງກະແສເງິນຕາຕ່າງປະເທດ ປະກອບສ່ວນແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

    ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງເພີ່ມຕື່ມຕໍ່ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕິດພັນກັບວຽກງານຈຸດສຸມກ່ຽວກັບການສ້າງສະເຖຍລະພາບທາງດ້ານເງິນຕາ ໂດຍສະເພາະ ບັນຫາດ້ານອັດຕາແລກປ່ຽນ ການຄຸ້້ມຄອງເງິນຕາຕ່າງປະເທດ ແລະ ການສົ່ງເສີມການເຂົ້າເຖິງແຫຼ່ງທຶນ ເພື່ອປະກອບສ່ວນແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນວາລະແຫ່ງຊາດວ່າ: ປີ 2021 ບັນຫາອັດຕາແລກປ່ຽນເປັນສິ່ງທ້າທາຍໜຶ່ງຕໍ່ເສດຖະກິດຂອງພວກເຮົາ ໂດຍສະເພາະ ໄລຍະເດືອນມິຖຸນາ ແລະ ເດືອນກໍລະກົດ ທີ່ເງິນກີບໄດ້ອ່ອນຄ່າລົງຫຼາຍເມື່ອທຽບໃສ່ເງິນໂດລາ ແລະ ເງິນບາດ ໄດ້ມີຄວາມຫຼຸດໂຕນກັນຫຼາຍລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຂອງຕະຫຼາດນອກລະບົບ ເຊິ່ງສາເຫດຕົ້ນຕໍແມ່ນຍ້ອນການແຂງຄ່າຂອງເງິນໂດລາທຽບກັບສະກຸນຫຼັກອື່ນ ການແຂງຄ່າແຮງຂອງເງິນບາດທຽບເງິນໂດລາໃນຕະຫຼາດສາກົນໂດຍລວມ ຄວາມຕ້ອງການເງິນຕາຕ່າງປະເທດຢູ່ພາຍໃນມີຫຼາຍກວ່າຄວາມສາມາດໃນການສະໜອງ ຈາກສະພາບການຂາດດຸນການຄ້າດ້ານສິນຄ້າ ການບໍລິການ ພາລະໃນການຊໍາລະດອກເບ້ຍເງິນກູ້ກັບຕ່າງປະເທດທີ່ຍັງມີຫຼາຍ ແລະ ຕໍ່ເນື່ອງຍາວນານ ໃນຂະນະທີ່ລາຍຮັບຂອງປະເທດຫຼຸດລົງຫຼາຍ ຍ້ອນຜົນກະທົບຈາກການລະບາດພະຍາດໂຄວິດ-19 ແລະ ອື່ນໆ ຕໍ່ສະພາບດັ່ງກ່າວ ເພື່ອປັບປຸງກົນໄກການຄຸ້ມຄອງທຸລະກິດແລກປ່ຽນເງິນຕາໃຫ້ຮັດກຸມຫຼາຍຂຶ້ນ ໃນໄລຍະກາງເດືອນມິຖຸນາ 2021 ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການໂຈະຮັບເອກະສານຄໍາຮ້ອງ ແລະ ການອອກໜັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາໃນຂອບເຂດທົ່ວປະເທດໃນເດືອນກໍລະກົດ ແລະ ເດືອນສິງຫາ ໄດ້ອອກແຈ້ງການຫັນຮ້ານແລກປ່ຽນເງິນຕາໃຫ້ເປັນຮ້ານຕົວແທນຂອງທະນາຄານທຸລະກິດ ໃນການດໍາເນີນທຸລະກິດແລກປ່ຽນເງິນຕາ ແລະ ອອກຄໍາແນະນໍາການຈັດຕັ້ງປະຕິບັດແຈ້ງການດັ່ງກ່າວ ພ້ອມຈະສືບຕໍ່ຕິດຕາມການປັບປຸງກົນໄກການຄຸ້ມຄອງຢ່າງໃກ້ຊິດ ນອກນີ້ ຈະເລັ່ງປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດໃຫ້ມີເນື້ອໃນທີ່ຮັດກຸມກວ່າເກົ່າ ໂດຍຕັ້ງເປົ້າໃຫ້ສໍາເລັດທ້າຍປີ 2021 ທັງຈະປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ໃນການປັບປຸງນະໂຍບາຍ ລະບຽບການ ແລະ ກົນໄກໃນການຄຸ້ມຄອງກະແສເງິນຕາຕ່າງປະເທດ ຄົ້ນຄວ້າວິທີການຄຸ້ມຄອງ ການຊໍາລະສະສາງລາຍຍ່ອຍ-ລາຍໃຫຍ່ໃຫ້ຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ.

   # ຂ່າວ & ພາບ :  ຂັນທະວີ

error: Content is protected !!