ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ເຊິ່ງຜູ້ຕິດເຊື້ອສ່ວນໃຫຍ່ແມ່ນພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານຕາມຈຸດຜ່ານແດນຕ່າງໆ ແລະ ພົບການຕິດເຊື້ອໃນຊຸມຊົນຈຳນວນໜຶ່ງ.

ຕາມການລາຍງານຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 9 ສິງຫາ 2021 ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 8 ສິງຫາ ໄດ້ກວດວິເຄາະທັງໝົດ 2731 ຄົນ ກວດພົບຜູ້ຕິດເຊື້ອໃໝ່ 170 ຄົນ ໃນນັ້ນຕິດເຊື້ອໃນຊຸມຊົນ 21 ຄົນຄື ນະຄອນຫຼວງວຽງຈັນ 2 ຄົນ ວຽງຈັນ 1 ຄົນ ບໍ່ແກ້ວ 9 ຄົນ ສະຫວັນນະເຂດ 6 ຄົນ ແລະ ຈຳປາສັກ 3 ຄົນ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ສ່ວນ 149 ຄົນ ແມ່ນພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ໃນນັ້ນ ນະຄອນຫຼວງວຽງຈັນ 44 ຄົນ ຄຳມ່ວນ 7 ຄົນ ສາລະວັນ 25 ຄົນ ສະຫວັນນະເຂດ 2 ຄົນ ແລະ ຈຳປາສັກອີກ 71 ຄົນ ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 8.561 ຄົນ ເສຍຊີວິດສະສົມ 8 ຄົນ ແລະ ກໍາລັງປິ່ນປົວ 4.092 ຄົນ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ