ສປປ ລາວ ກໍຄືກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມເຈົ້າຫນ້າທີ່ອາວຸໂສ ດີຈີຕອນ ອາຊຽນ (Digital ASEAN) ຜ່ານລະບົບກອງປະຊຸມທາງໄກ (VDO Conference) ພາຍໃຕ້ການເປັນປະທານຂອງ ທ່ານນາງ ພາວັນນາ ດວງບຸບຜາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໃນນາມເປັນຕົວແທນປະທານເຈົ້າໜ້າທີ່ອາວຸໂສດິຈິຕອນ ຂອງ ສປປ ລາວ ໂດຍມີບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບບັນຫາສຳຄັນ ບັນດາກິດຈະກຳ ແລະ ແຜນການຕໍ່ໜ້າຂອງອາຊຽນ.

ກອງປະຊຸມໄດ້ລາຍງານການຈັດຕັ້ງປະຕິບັດຜົນຂອງກອງປະຊຸມລັດຖະມົນຕີໄອຊີທີອາຊຽນຄັ້ງທີ 19 ຄັ້ງຜ່ານມາທີ່ນະຄອນຫລວງວຽງຈັນ ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດໄອຊີທີອາຊຽນ 2020 ທີ່ກຳລັງຈະສິ້ນສຸດທ້າຍປີ 2020 ຮ່າງແຜນແມ່ບົດດິຈິຕອນອາຊຽນ 2025 ບັນດາແຜນກິດຈະກຳອາຊຽນປີ 2021 ພິຈາລະນາຮ່າງຂອບວຽກຂອງຄະນະກຳມະການປະສານງານວຽກຄວາມປອດໄພທາງໄຊເບີຂອງອາຊຽນ ພິຈາລະນາການຮ່ວມມືກັບພາກເອກະຊົນ ການຮ່ວມມືກັບປະເທດຄູ່ຮ່ວມພັດທະນາ ທິດທາງການຈັດຕັ້ງປະຕິບັດທິດຊີ້ນຳຂອງຜູ້ນຳອາຊຽນ ແລະ ແລກປ່ຽນບົດຮຽນກ່ຽວກັບການຮັບມືກັບພະຍາດໂຄວິດ-19 ໂດຍການນຳໃຊ້ໄອຊີທີ.

ກອງປະຊຸມໄດ້ສະແດງຄວາມເປັນຈິດໜຶ່ງໃຈດຽວ ໃນການຜ່ານຜ່າຄວາມຫຍຸ້ງຍາກ ແລະ ວິກິດໂຄວິດ-19 ເພື່ອກະຕຸ້ນວຽກຂອງຂະແໜງການ ພ້ອມທັງເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາແຜນການຕ່າງໆໃຫ້ສາມາດຮອງຮັບກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມຄາດຫວັງທີ່ເພີ່ມຂຶ້ນຕໍ່ວຽກງານໄອຊີທີ ຫຼື ດິຈິຕອນ.
# ຂ່າວ: ກົມແຜນການ ແລະ ການຮ່ວມມື ກະຊວງ ປທສ