​ຫາ​ລື​ຂອບການຮ່ວມມືປະເທດສະມາຊິກແມ່ນໍ້າຂອງ-ຍີ່ປຸ່ນ

    ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 14 ແບບກອງປະຊຸມທາງໄກ ໃນວັນທີ 6 ສິງຫາ 2021 ຢູ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ໂມເຕງິ ໂທຊິມິດຊຶ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງຄື: ກຳປູເຈຍ ໄທ ຫວຽດນາມ ແລະ ມຽນມາ ເຂົ້າຮ່ວມ.

     ກອງປະຊຸມໄດ້ທົບທວນຄືນ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ຍີ່ປຸ່ນໃນໄລຍະຜ່ານມາ ໂດຍ​ສະ​ເພາະ ການ​ຈັດ​ຕັ້ງ​ປະ​ຕິ​ບັດບັນດາໂຄງການ ແລະ ແຜນງານ ພາຍໃຕ້ຍຸດທະສາດໂຕກຽວ 2018 ພ້ອມທັງໄດ້ປຶກ​ສາ​ຫາ​ລື​ທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງບັນດາລັດຖະມົນຕີປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ໄດ້ໃຫ້ຄວາມສໍາຄັນໃນການຟື້ນຟູສະພາບເສດຖະກິດ-ສັງຄົມ ພາຍຫຼັງຢຸດການແຜ່ລະບາດຂອງ​ພະ​ຍາດໂຄວິດ-19 ເປັນຕົ້ນ ການປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ເຕັກໂນໂລຊີ ເສດຖະກິດດິຈີຕອນ ແລະ ອື່ນໆ ເພື່ອໃຫ້ປະເທດສະມາຊິກແມ່​ນ້ຳ​ຂອງສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

    ໃນໂອກາດດັ່ງກ່າວ ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ໄດ້ສະແດງຄວາມເຫັນໃຈຕໍ່ລັດຖະບານຍີ່ປຸ່ນ ຕໍ່ເຫດການດິນຕົມເຈື່ອນທີ່ເມືອງ ອາຕາມິ ແຂວງຊິຊຸໂອກະ ໃນວັນທີ 3 ສິງຫາ ທີ່ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງໃຫຍ່ຫຼວງ.

     ທ່ານ ສະເຫຼີມໄຊ ກົມມະສິດ ໃນນາມຫົວໜ້າຄະນະຜູ້ແທນລາວ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊິນ ເພື່ອຮັບມື ແລະ ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ທີ່ໄດ້ຮັບວັກຊິນ AstraZeneca 600.000 ກວ່າໂດສ໌ ຜ່ານໂຄງການ COVAX ເມື່ອບໍ່ດົນຜ່ານມານີ້ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນສາຍພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນເລື້ອຍໆ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!