ທ່ານ ພົນຕີ ທອງເຫຼັກ ມັ່ງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9 ວັນທີ 9 ສິງຫາ 2021 ທີ່ຫໍປະຊຸມສະພາແຫ່ງຊາດຫຼັງໃໝ່ ເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ມີລັດຖະມົນຕີ ຮອງລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ທ່ານ ພົນຕີ ທອງເຫຼັກ ມັ່ງໜໍ່ເມກ ໄດ້ສະເໜີຄວາມຈໍາເປັນ ແລະ ເຫດຜົນໃນການປັບປຸງກົດໝາຍວ່າດ້ວຍຢາເສບຕິດວ່າ: ການປັບປຸງກົດໝາຍສະບັບດັ່ງກ່າວ ເປັນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ໂດຍສະເພາະ ສູນກາງພັກ ກໍຄືລັດຖະບານ ຖືເປັນວຽກໜຶ່ງທີ່ສໍາຄັນຕົ້ນຕໍ ທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ເປັນບູລິມະສິດເລັ່ງດ່ວນໃນການຈັດຕັ້ງະຕິບັດ ກໍຄືການບູລະນະອໍານາດລັດໃຫ້ມີຄວາມເຂັ້ມແຂງ ແນໃສ່ປູກລະດົມຂົນຂວາຍທຸກກໍາລັງແຮງສັງລວມເຂົ້າໃນການແກ້ໄຂບັນຫາດັ່ງກ່າວທີ່ລະບາດເປັນວົງກວ້າງ ແລະ ຮູນແຮງໃຫ້ຫຼຸດລົງຢ່າງຈະແຈ້ງໃນກໍານົດເວລາທີ່ແນ່ນອນ ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂທີ່ພາໃຫ້ເກີດບັນຫາຢາເສບຕິດ ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ ວັດທະນະທໍາ-ສັງຄົມຂອງຊາດ.

ໂຄງປະກອບ ແລະ ເນື້ອໃນຂອງກົດໝາຍວ່າດ້ວຍຢາເສບຕິດສະບັບປີ 2007 ປະກອບມີ 9 ພາກ 14 ໝວດ ແລະ 80 ມາດຕາ ໃນນີ້ ຮ່າງປັບປຸງໃໝ່ບາງມາດຕາຂອງກົດໝາຍ ປະກອບມີ 4 ມາດຕາ.
ພາຍຫຼັງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະເປັນບ່ອນອີງພື້ນຖານໃນການຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເຮັດໃຫ້ວຽກງານຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນທະ ເປັນຄວາມຮັບຜິດຊອບຂອງທຸກພາກສ່ວນໃນຂະແໜງການຂອງລັດ ແລະ ສັງຄົມ ເພື່ອເຮັດໃຫ້ບັນຫາຢາເສບຕິດໄດ້ຮັບການແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ທັງເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕົວຈິງໃນການສະກັດກັ້ນ ແລະ ຕ້ານຢາເສບຕິດ ຫັນເຂົ້າສູ່ກົດໝາຍ ແລະ ລະບຽການ ພ້ອມນັ້ນ ເຮັດໃຫ້ສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າ ລວມທັງຄົນຕ່າງດ້າວ ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດທີ່ດໍາລົງຊີວິດຢູ່ລາວມີຄວາມຕື່ນຕົວ ຮັບຮູ້ເຂົ້າໃຈ ເຫັນຜົນຮ້າຍຂອງຢາເສບຕິດ ແລະ ມີສະຕິຕໍ່ການເຄົາລົບ ແລະ ປະຕິບັດກົດໝາຍສູງຂຶ້ນ.
# ຂ່າວ & ພາບ : ຂັນທະວີ