ສຳພະສິດ ຫຼວງອາໄພ ຄວ້າແຊັມເດາະບານເງິນລ້ານ Season 1

    ການແຂ່ງຂັນເດາະບານເງິນລ້ານ ໄດ້ຈັດຂຶ້ນລະຫວ່າງຕົ້ນເດືອນມິຖຸນາ ຫາທ້າຍເດືອນກໍລະກົດ 2021 ເຊິ່ງເປັນກິດຈະກຳດີໆໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 (ຢຸດເຊື້ອເພື່ອຊາດ ເດາະບານເງິນລ້ານ ກັບສຸກອາພອນ ວົງຈຽງຄຳ) ທີ່ສ້າງສັນມາເຮັດນຳກັນ ກັບລາຍການເດາະບານເງິນລ້ານ Season 1 ມີຈຳນວນຜູ້ຮ່ວມສະໝັກທັງໝົດ 50 ຄົນ ໂດຍເປີດຮັບສະໝັກຜ່ານເພຈ: ເດາະບານເງິນລ້ານ ເຊິ່ງກິດຈະກຳທັງໝົດ ມີການຄັດເລືອກຢູ່ 3 ຮອບຄື: ຮອບທຳອິດ ເປັນການເດາະດ້ວຍຕີນໃຫ້ໄດ້ຫຼາຍທີ່ສຸດໃນ 10 ນາທີ ຮອບທີ 2 ເປັນການເດາະດ້ວຍຕີນໃຫ້ໄດ້ 100 ເທື່ອ ແລ້ວຂຶ້ນເຂົ່າໃຫ້ໄດ້ຫຼາຍທີ່ສຸດ ແລະ ຮອບສຸດທ້າຍ ຄືຮອບຊີງຊະນະເລີດ ເປັນຮອບສະແດງລີລາທ່າຕ່າງໆ ຜູ້ທີ່ມີທ່າຫຼາຍສຸດ ຈະເປັນແຊັມເດາະບານເງິນລ້ານ ແລະ ໃນທີ່ສຸດ ເຮົາກໍສາມາດໄດ້ຜູ້ຊະນະທັງ 3 ຄົນ.

    ພິທີມອບລາງວັນຢ່າງເປັນທາງການ ຈັດຂຶ້ນໃນວັນທີ 6 ສິງຫາ 2021 ຢູ່ຫ້ອງການຟູດແພນດ້າ ບ້ານສີດຳດວນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມອບໂດຍທ່ານ ເກດສະໜາ ໄຊຍະວົງ ຫົວໜ້າຝ່າຍການຕະຫຼາດ ບໍລິສັດ Food panda ຈໍາກັດ ມີບັນດາຜູ້ສະໜັບສະໜູນຈາກ Hal Logistics Evo Laos Cocacola JDB Rinbee Green Adventure Happy world ພ້ອມດ້ວຍທີມງານບໍລິສັດ L2MO.

    ລາງວັນຊະນະເລີດ ໄດ້ແກ່ທ້າວ ສຳພະສິດ ຫຼວງອາໄພ ຕົວແທນຈາກນະຄອນຫຼວງວຽງຈັນ ຮັບລາງວັນ ລວມມູນຄ່າ 6,2 ລ້ານກີບ ໃນນັ້ນ ເປັນເງິນສົດ 2 ລ້ານກີບ ພ້ອມບັດແທນເງິນສົດຈາກ Evo 1 ລ້ານກີບ ບັດສັ່ງອາຫານຈາກ Food panda 1,8 ລ້ານກີບ ແລະ ດື່ມໂຄກໂດຍບໍ່ເສຍຄ່າ 1 ປີ.

    ອັນດັບ 2 ໄດ້ແກ່: ທ້າວ ສອນເພັດ ຮຸ່ງມີໄຊ ຕົວແທນຈາກແຂວງຫຼວງພະບາງ ໄດ້ຮັບລາງວັນລວມມູນຄ່າ 3,4 ລ້ານກີບ ເປັນເງິນສົດ 1 ລ້ານກີບ ພ້ອມບັດແທນເງິນສົດຈາກ Evo 500.000 ກີບ ບັດສັ່ງອາຫານຈາກ Food panda 1,2 ລ້ານກີບ ແລະ ດື່ມໂຄກໂດຍບໍ່ເສຍຄ່າ 6 ເດືອນ.

    ອັນດັບ 3 ໄດ້ແກ່: ທ້າວ ວິລະກອນ ວິໄລທອງ ຕົວແທນຈາກນະຄອນຫຼວງວຽງຈັນ ໄດ້ຮັບລາງວັນລວມມູນຄ່າ 1,7 ລ້ານກີບ ເປັນເງິນສົດ 500.000 ກີບ ພ້ອມບັດແທນເງິນສົດຈາກ Evo 300.000 ກີບ ບັດສັ່ງອາຫານຈາກ Food panda 600.000ກີບ ແລະ ດື່ມໂຄກໂດຍບໍ່ເສຍຄ່າ 3 ເດືອນ.

    ສໍາລັບການແຂ່ງຂັນເດາະບານເງິນລ້ານ Season ຕໍ່ໄປ ຄາດວ່າຈະຈັດຂຶ້ນອີກໃນອະນາຄົດໃກ້ໆນີ້.

   # ຂ່າວ & ພາບ :  ສີພອນ

error: Content is protected !!