ເຊັນສັນຍາຮ່ວມມື ການບໍລິການຮັບຊໍາລະຄ່າງວດສິນເຊື່ອ ກັບ ສະຖາບັນການເງິນຊັບທະວີ

    ວັນທີ 6 ສິງຫາ 2021 ຢູ່ທີ່ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ມີພິທີລົງນາມສັນຍາຮ່ວມມືວ່າດ້ວຍການບໍລິການຮັບຊໍາລະຄ່າງວດສິນເຊື່ອຜ່ານລະບົບທະນາຄານດິຈິຕອນ ລະຫວ່າງ Lao-VietBank ແລະ ສະຖາບັນການເງິນຊັບທະວີ ໂດຍການລົງນາມຂອງທ່ານ ທ່ານ ສີປະເສີດ ຄ່ວງສະຫວັນ ຮອງຜູ້ອໍານວຍການໃຫຍ່ Lao-VietBank ແລະ ທ່ານ ນາງ ລາສີ ມີສາວົງ ປະທານສະພາບໍລິຫານ ສະຖາບັນການເງິນຊັບທະວີ ມີພະນັກງານຫຼັກແຫຼ່ງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ດ້ວຍການປະສານງານເຊື່ອມຕໍ່ການຊຳລະໃນຄັ້ງນີ້ ລູກຄ້າສາມາດນຳໃຊ້ການບໍລິການຊໍາລະເຊົ່າສິນເຊື່ອ ກັບສະຖາບັນການເງິນຊັບທະວີ ຜ່ານ LVB DigiBank ເພື່ອສ້າງຊ່ອງທາງໃນການອຳນວຍຄວາມສະດວກ ງ່າຍດາຍ ແລະ ປອດໄພໃຫ້ກັບລູກຄ້າຍິ່ງຂຶ້ນ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!