ວັນທີ 5 ສິງຫາ 2021 ທ່ານ ສົມບັດ ຈັນທະມາດ ຄະນະປະຈຳ ປະທານຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ ( ຄສຜງ) ສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ວຽກງານຈຸດສຸມ 6 ເດືອນທ້າຍປີ 2021 ຢູ່ພະແນກການເງິນນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ນາງ ພວງສີ ເພົ້າລາວັນ ຮອງຫົວໜ້າພະແນກການເງິນ ນວ ມີບັນດາທ່ານກຳມະການສັງກັດຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພວງສີ ເພົ້າລາວັນ ຮອງຫົວໜ້າພະແນກການເງິນ ນວ ໄດ້ລາຍງານໃຫ້ຊາບວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ ປີ 2021 ທຽບກັບປີຜ່ານມາ ເຫັນວ່າທາງດ້ານລາຍຮັບມີທ່າອ່ຽງເພີ່ມຂຶ້ນສົມຄວນ ແຕ່ຍັງບໍ່ສາມາດຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນໄດ້ ເນື່ອງຈາກສະພາບເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ວິສາຫະກິດເປີດໃໝ່ບໍ່ທັນມີທ່າຂະຫຍາຍຕົວ ນະໂຍບາຍການຍົກເວັ້ນອາກອນລາຍໄດ້ເງິນເດືອນຂອງພະນັກງານພາກລັດ-ພາກເອກະຊົນທີ່ມີລາຍໄດ້ 5 ລ້ານກີບລົງມາ ແລະ ການຍົກເວັ້ນອາກອນຈຸນລະວິສາຫະກິດເປັນເວລາ 3 ເດືອນ ໄດ້ຜັນຂະຫຍາຍບັນດານິຕິກຳຂອງກະຊວງການເງິນ ໂດຍສະເພາະ ການຊຸກຍູ້ລາຍຮັບ ແລະ ຄຸ້ມຄອງລາຍຈ່າຍເຊັ່ນ: ປັບປຸງກົນໄກການໃຫ້ບໍລິການໃຫ້ມີຄວາມວ່ອງໄວ ປັບປຸງກົນໄກການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີຄວາມເຂັ້ມງວດ ສຸມໃສ່ການຈັດເກັບລາຍຮັບເຂົ້າງົບປະມານ ແລະ ບັນດາໜ້າວຽກຈຸດສຸມຕ່າງໆດ້ວຍຄວາມຮັບຜິດຊອບສູງ ແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນງົບປະມານໃຫ້ໄດ້ຕາມແຜນທີ່ສະພາປະຊາຊົນ ນວ ຮັບຮອງເອົາ.

ດ້ານລາຍຮັບ ຜ່ານການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ 2021 ພະແນກການເງິນ ນວ ສາມາດຈັດເກັບລາຍຮັບໄດ້ 42,28% ແລະ ລາຍຈ່າຍ ປະຕິບັດໄດ້ 35,10% ຂອງແຜນການປີ ໂດຍສຸມໃສ່ການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນບູລິມະສິດອັນດັບໜຶ່ງ ສ່ວນລາຍຈ່າຍບໍລິຫານ ແລະ ດັດສົມສົ່ງເສີມ ແມ່ນປະຕິບັດມາດຕະການຄຸ້ມຄອງລາຍຈ່າຍຢ່າງຮັດກຸມ ແລະ ປະຢັດມັດທະຍັດ ແນໃສ່ຮັບປະກັນສະພາບຄ່ອງໃນລະບົບງົບປະມານ ແລະ ສາມາດປະຕິບັດການດຸ່ນດ່ຽງໃຫ້ສູນກາງໄດ້ 40,61% ຂອງແຜນການປີ 2021.

ສຳລັບລັບແຜນການຕໍ່ໜ້າ ໃນ 6 ເດືອນທ້າຍປີ 2021 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມຄາດໝາຍ ເພື່ອຮັບປະກັນໃຫ້ໄດ້ປະຕິບັດຕາມແຜນການທີ່ວາງໄວ້ເຊັ່ນ: ດ້ານລາຍຮັບ ຄາດຄະເນໝົດປີໃຫ້ໄດ້ 86,82% ຂອງແຜນການປີ ໃນນັ້ນ ມີລາຍຮັບພູດສູນກາງ ແລະ ລາຍຮັບທ້ອງຖິ່ນ ດ້ານລາຍຈ່າຍ ແມ່ນຈະໄດ້ສືບຕໍ່ປະຕິບັດບັນດາມາດຕະການການຄຸ້ມຄອງການຈັດຕັ້ງປະຕິບັດງົບປະມານຢ່າງຮັດກຸມ ແລະ ປະຢັດ ຄາດຄະເນໃຫ້ໄດ້ 99,91% ຂອງແຜນການປີ
ຈາກນັ້ນ ຄະນະທີ່ລົງເຮັດວຽກ ກໍໄດ້ປະກອບຄຳເຫັນ ແລະ ສະເໜີຕໍ່ກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວເຊັ່ນ: ຂັ້ນຕອນການຈ່າຍອາກອນຊັກຊ້າ ຈະມີມາດຕະການ ແລະ ວິທີການແກ້ໄຂແນວໃດໃນຕໍ່ໜ້າ ການໂຄສະນາເຜີຍແຜ່ການເຂົ້າເຖິງລະບົບອອນລາຍ (TaxRIS) ເພື່ອໃຫ້ຜູ້ປະກອບການມີຄວາມເຂົ້າໃຈນະໂຍບາຍການຊໍາລະອາກອນ ຕໍ່ບໍລິສັດທີ່ຂາດສະພາບຄ່ອງໃນການດຳເນີນທຸລະກິດ ແລະ ຈະມີວິທີການຊ່ວຍພວກເຂົາແນວໃດ ມາດຕະການຜ່ອນຜັນຕໍ່ຫົວໜ່ວຍທຸລະກິດ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ພ້ອມນັ້ນ ພາກສ່ວນກ່ຽວຂ້ອງກໍໄດ້ອະທິບາຍຊີ້ແຈງຕໍ່ບັນຫາຕ່າງໆທີ່ຄະນະລົງເຮັດວຽກໄດ້ປະກອບຄຳເຫັນ ພ້ອມທັງສະເໜີບາງບັນຫາຕໍ່ກອງປະຊຸມ ແລະ ໃນຕອນທ້າຍ ທ່ານປະທານກອງປະຊຸມ ກໍໄດ້ມີຄຳເຫັນຊີ້ນຳ ເພື່ອຊອກຫາວິທີການແກ້ໄຂໃນຕໍ່ໜ້າຮ່ວມກັນໃຫ້ສອດຄ່ອງຍິ່ງຂຶ້ນ.
# ຂ່າວ & ພາບ: ລັດເວລາ