ປະກອບສ່ວນທຶນຮອນເຂົ້າໃນວຽກງານຕ້ານການລະບາດພະຍາດໂຄວິດ-19

    ວັນທີ 6 ສິງຫາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ບໍລິສັດຄໍາໃສການຄ້າ ຂາອອກ-ຂາເຂົ້າຈໍາກັດຜູ້ດຽວ ໄດ້ປະກອບສ່ວນທຶນຮອນເຂົ້າໃນວຽກງານຄວບຄຸມ ສະກັດກັ້ນ ແລະ ຕ້ານການລະບາດ ພະຍາດໂຄວິດ-19 ມູນຄ່າ 50 ລ້ານກີບ ໃຫ້ກັບນະຄອນຫຼວງວຽງຈັນ.

    ຕາງໜ້າມອບເງິນຄັ້ງນີ້ ແມ່ນທ່ານ ດາວປະເສີດ ບຸບຜາລັດ ຮອງປະທານບໍລິສັດ ຄໍາໃສການຄ້າ ຂາອອກ-ຂາເຂົ້າຈໍາກັດຜູ້ດຽວ ແລະ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະສະເພາະກິດ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!