ຄສຜງ ຕິດຕາມຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ

   ຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ (ຄສຜງ) ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ນຳໂດຍທ່ານ ສົມບັດ ຈັນທະມາດ ຄະນະປະຈຳ ປະທານ ຄສຜງ ສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ວຽກງານຈຸດສຸມ 6 ເດືອນທ້າຍປີ 2021 ໃນວັນທີ 4 ສິງຫາ 2021  ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ໂດຍໃຫ້ການຕ້ອນຮັບຂອງທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ມີທ່ານຮອງປະທານຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ໄດ້ລາຍງານວຽກງານໃຫ້ຮູ້ວ່າ: ໃນໄຕມາດ 1  ໄຕມາດ 2 ແລະ ກາງໄຕມາດທີ 3 ຂອງສົກປີ 2021  ພະແນກຊັບພະກອນທໍາມະຊາດ ແລະ ສິ່ງແວດລ້ອມ ນວ ໄດ້ປະຕິບັດການເຊັນໃບຕາດິນທັງໝົດ 10.406 ຕອນ ເຊິ່ງປະກອບມີດິນໂອນ 2.584 ຕອນ ດິນແບ່ງແຍກ 3.969 ຕອນ ດິນດັດແກ້ 254 ຕອນ ດິນສະເພາະຕອນ+ດິນລະບົບ 1.699 ຕອນ ຫັນປ່ຽນປະເພດທີ່ດິນໄດ້ 131 ຕອນ ດິນລັດ 34 ຕອນ ແຈ້ງເສຍຫາຍ 27 ຕອນ ໂຮມຕອນ 389 ຕອນ ກວດສອບຕອນດິນ 144 ຕອນ ແລະ ສາມາດດັດແກ້ໃບຕາດິນໂຄງການ 450 ປີ ໄດ້ທັງໝົດ 438 ຕອນ.

    ໄລຍະ 6 ເດືອນຕົ້ນປີ 2021 ສາມາດປະຕິບັດການຈັດເກັບລາຍຮັບວິຊາການໄດ້ 76,11% ຈົດທະບຽນທີ່ດິນ ແລະ ຄ່າທຳນຽມຕ່າງໆໄດ້ 46,89% ເກັບອາກອນລາຍໄດ້ຈາກການຂາຍສິດນຳໃຊ້ທີ່ດິນ 2% ສາມາດປະຕິບັດໄດ້ 47,61% ລວມລາຍຮັບທັງໝົດ ທຽບໃສ່ແຜນປີ 2021 ສາມາດປະຕິບັດໄດ້ 48,81%.

    ສຳລັບວຽກງານທີ່ດິນ ສາມາດອອກໃບຕາດິນໄດ້ 1.080 ຕອນ ປະຕິບັດໄດ້ 11% ຂອງແຜນການ ເນື່ອງຈາກພົບຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ-19 ວຽກງານປັບປຸງລະບົບການຄຸ້ມຄອງທີ່ດິນ ໄດ້ຫັນຈາກລະບົບອະນາລ໋ອກ ໄປສູ່ລະບົບດິຈິຕອນທີ່ທັນສະໄໝ ໂດຍສົມທົບກັບກົມທີ່ດິນ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ຖ່າຍໂອນຂໍ້ມູນທີ່ດິນທົ່ວນະຄອນຫຼວງ ເຂົ້າໃນລະບົບໂປຣແກຣມລາວແລນແລັກ ເພື່ອໃຫ້ມີຄວາມເປັນເອກະພາບໃນທົ່ວປະເທດ ແລະ ນຳໃຊ້ລະບົບເຕັກນິກການສຳຫຼວດວັດແທກດ້ວຍກ້ອງ GPS ແລະ ເຊື່ອມກັບລະບົບຈຸດພິກັດສະຖານີອ້າງອີງການສຳຫຼວດວັດແທກທີ່ດິນດ້ວຍ CORS station ເຂົ້າໃນການຂຶ້ນທະບຽນອອກໃບຕາດິນ ເຊິ່ງສາມາດແກ້ໄຂ ແລະ ສະກັດກັ້ນບໍ່ໃຫ້ມີການອອກໃບຕາດິນຊ້ຳຊ້ອນ ສາມາດສ້າງສຳມະໂນຕອນດິນໄດ້ 96% ທຽບໃສ່ແຜນປີ 2021 ສະແກນເອກະສານສຳນວນຕອນດິນເຂົ້າຄອມພິວເຕີໄດ້ຈຳນວນໜຶ່ງ.

    ນອກຈາກນີ້ ໄດ້ລົງຕິດຕາມກວດກາຄຸນນະພາບນ້ຳ ຂອງບັນດາໂຄງການພັດທະນາຕ່າງໆ ແລະ ຮ່ອງນ້ຳສາທາລະນະ ຫ້ວຍນ້ຳທຳມະຊາດ ຕິດຕາມກວດກາການຈັດຕັ້ງປະຕິບັດມາດຕະການປ້ອງກັນຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຂອງໂຄງການລົງທຶນຕ່າງໆ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມອີກຈຳນວນໜຶ່ງ ພ້ອມນີ້ ກໍໄດ້ສ້າງຕັ້ງເບີໂທລະສັບສາຍດ່ວນ 1523 ເພື່ອຮັບແຈ້ງເຫດການຈູດຂີ້ເຫຍື້ອຊະຊາຍຕື່ມອີກ

    ການລົງຕິດຕາມຊູກຍູ້ວຽກງານດັ່ງກ່າວຄັ້ງນີ້ ຄສຜງ  ຍັງໄດ້ສືບຕໍ່ເຄື່ອນໄຫວຢູ່ພະແນກໂຍທາທິການ ແລະ ຂົນສົ່ງ ນວ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ພະແນກກະສິກຳ ແລະ ປ່າໄມ້ ນວ ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດ.

# ຂ່າວ & ພາບ: ລັດເວລາ

error: Content is protected !!