ສສຊ ສຸມໃສ່ປະກອບຄໍາເຫັນໃສ່ຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ

    ໃນວາລະກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9 ຕອນບ່າຍວັນທີ 6 ສິງຫາ 2021 ບັນດາສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ຕໍ່ບົດລາຍງານກ່ຽວກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ ຕາມການເຈາະຈິ້ມຂອງປະທານກອງປະຊຸມ ປະກອບມີ ໂຄງປະກອບທາງດ້ານເນື້ອໃນ ການແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິທິຜົນ ແລະ ເຖິງກົກເຖິງຮາກ ໂດຍຕ້ອງແກ້ອັນໃດກ່ອນ ອັນໃດຫຼັງ ແລະ ຕ້ອງແກ້ແນວໃດ ເຊິ່ງໃນຜ່ານມາ ການບໍາບັດຜູ້ຕິດຢາເສບຕິດຢູ່ສູນບໍາບັດ ມີກໍລະນີຜູ້ໄດ້ຮັບການບໍາບັດດີແລ້ວ ພັດກັບຄືນມາຕິດຢາເສບຕິດອີກ ບັນຫານີ້ ເກີດຂຶ້ນຍ້ອນສາເຫດຫຍັງ ແລະ ຄວນແກ້ໄຂແນວໃດ ຈຶ່ງເຮັດໃຫ້ຜູ້ທີ່ບໍາບັດອອກຈາກຢາເສບຕິດແລ້ວບໍ່ກັບຄືນມາພົວພັນກັບຢາເສບຕິດອີກ ພ້ອມນັ້ນ ການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນໃນສັງຄົມ ໃນການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດນີ້ ເຫັນວ່າຄົບຖ້ວນແລ້ວບໍ ແລະ ມາດຕະການໃນການຈັດຕັ້ງປະຕິບັດໃນ 6 ມາດຕະການທີ່ລັດຖະບານກໍານົດໄວ້ນັ້ນ ຍັງມີບັນຫາໃດບໍ່ຈະແຈ້ງ ແລະ ເອົາໃຈໃສ່ຕໍ່ບັນຫາໃດຕື່ມອີກ.

    ທ່ານ ວັນທອນ ສຸລິສັກ ສະມາຊິກສະພາແຫ່ງຊາດ ເຂດ 3 ແຂວງຫຼວງນໍ້າທາ ໄດ້ມີຄໍາເຫັນວ່າ: ໂດຍສ່ວນໃຫຍ່ ເຫັນດີເປັນເອກະພາບກັບເນື້ອໃນບົດລາຍງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ຍັງມີບາງຈຸດທີ່ເຫັນວ່າຕ້ອງໄດ້ເອົາໃຈໃສ່ ໃນນີ້ ສະເໜີໃຫ້ເພີ່ມເນື້ອໃນຈຸດສຸມທີ 4 ການກໍານົດເປົ້າໝາຍໃຫ້ຊັດເຈນ ໂດຍເນັ້ນໃສ່ຜູ້ຜະລິດ ຜູ້ຂົນສົ່ງ ຜູ້ຄຸ້ມຄອງ ຜູ້ຈໍາໜ່າຍ ຜູ້ຢູ່ເບື້ອງຫຼັງ ຜູ້ເສບ ແລະ ອື່ນໆ ເພື່ອຕັດແຫຼ່ງສະໜອງວົງຈອນຕິດຢາເສບຕິດ ໂດຍສະເພາະ ກໍານົດແຈ້ງຜູ້ຕິດຢາເສບຕິດ ແລະ ຜູ້ຖືກເຄາະຮ້າຍຈາກຢາເສບຕິດ.

     ທ່ານ ວຽງວິໄລ ວິລະພັນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ມີຄໍາເຫັນແລກປ່ຽນດ້ານນະໂຍບາຍຢ່າງສົມເຫດສົມຜົນຕໍ່ຜູ້ທີ່ມີຜົນງານ ເປັນຕົ້ນແມ່ນເຈົ້າໜ້າທີ່ ແລະ ພົນລະເມືອງທີ່ມີສ່ວນຮ່ວມໃນການແກ້ໄຂບັນຫາຢາເສບຕິດຢ່າງສົມເຫດສົມຜົນ ໃຫ້ກໍານົດນະໂຍບາຍລະອຽດຕ່າງຫາກ ເພື່ອສະດວກໃນການຈັດຕັ້ງປະຕິບັດ ຂໍຄວາມກະຈ່າງແຈ້ງຈາກຄະນະຮັບຜິດຊອບການບໍາບັດຜູ້ຕິດຢາເສບຕິດ ວ່າງົບປະມານແມ່ນພາກສ່ວນໃດເປັນຜູ້ຮັບຜິດຊອບ ແລະ ອື່ນໆ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!