ແຂວງບໍ່ແກ້ວ ສຸມໃສ່ເພີ່ມທະວີມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ພາຍຫຼັງມີການລະບາດຮອບ 2 ພ້ອມເລັ່ງໃຫ້້ບໍລິການວັກຊີນໃຫ້ປະຊາຊົນໄດ້ຢ່າງທົ່ວເຖິງ ເພື່ອບັນລຸຕາມໂຕເລກຄາດໝາຍ 50% ຂອງປະຊາກອນ ໃນທ້າຍປີ 2021.

ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະຍາດຂອງໂຄວິດ-19 ແຂວງບໍ່ແກ້ວ ໃຫ້ສໍາພາດໃນໂອກາດລົງເຄື່ອນໄຫວເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ທ່ານໄດ້ກ່າວວ່າ: ພາຍຫຼັງທີ່ມີການລະບາດຂອງພະຍາດ ໂຄວິດ-19 ໃນທ້າຍເດືອນ ເມສາ 2021 ເປັນຕົ້ນມາ ຄະນະພັກ ຄະນະນໍາຂອງແຂວງກໍໄດ້ເປັນເຈົ້າການ ຫັນບັນດານິຕິກຳ ຄໍາສັ່ງ ຄໍາແນະນໍາ ແຈ້ງການຕ່າງໆຂອງລັດຖະບານ ບັນດາກະຊວງສາຍຕັ້ງ ມາເປັນຄຳສັ່ງ ແຈ້ງການ ຄຳແນະນຳຂອງແຂວງ ລົງສຶກສາອົບຮົມພະນັກງານ ທະຫານ ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ເຫັນຄວາມອັນຕະລາຍຂອງພະຍາດ ຮູ້ຈັກວິທີການປ້ອງກັນ ແລະ ໃຫ້ການຮ່ວມມືສະໜັບສະໜູນຕໍ່ກັບມາດຕະການສະກັດກັ້ນ ແລະ ປ້ອງກັນຂອງແຂວງເອົາໃຈໃສ່ການປ້ອງກັນເວນຍາມ ລາດຕາເວນຕາມຊາຍແດນ ແລະ ຕັ້ງຈຸດກວດກາການເຂົ້າ-ອອກ.

ນອກຈາກນີ້ກໍໄດ້ເຝົ້າລະວັງ ຄັດກ່ອງ ເກັບຕົວຢ່າງກວດກໍລະນີສົງໄສມີທັງຄົນລາວ ແລະ ຄົນຕ່າງປະເທດ ທີ່ເຂົ້າມາເຮັດວຽກໃນເຂດ ຄົນທີ່ຕິດເຊື້ອມີທັງການເຊື່ອມໂຍງມາຈາກແຂວງອື່ນ ການນໍາເຂົ້າຈາກຕ່າງປະເທດ ແລະ ການຕິດເຊື້ອໃນຊຸມຊົນ ແລະ ຍັງມີຂ່າວທີ່ມີຄົນຕິດເຊື້ອເດີນທາງໄປແຂວງອື່ນ ດັ່ງທີ່ບັນດາພໍ່ແມ່ປະຊາຊົນໄດ້ຮັບຟັງຂ່າວ ໃນແຕ່ລະໄລຍະ.
ຜ່ານການຕິດຕາມ-ເຝົ້າລະວັງລາຍງານການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ມາຮອດປະຈຸບັນ ແຂວງບໍ່ແກ້ວ ລວມທັງ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມີຜູ້ຕິດເຊື້ອສະສົມ ເຖິງ 500 ຄົນ ຍິງ 301 ຄົນ ໃນນັ້ນ ສະເພາະໃນເຂດເສດຖະກິດພິເສດ 451 ຄົນ ຍິງ 285 ຄົນ.
ສ່ວນການບໍລິການວັກຊີນສັນວັກຊິນກ່ຽວກັບພະຍາດໂຄວິດ-19 ແຂວງບໍ່ແກ້ວໄດ້ເອົາໃຈໃສ່ຈັດສັນວັກຊິນໃຫ້ປະຊາກອນບັນດາກຸ່ມເປົ້າໝາຍ ໂດຍເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທຸກຄົນເອົາໃຈໃສ່ໃນການໄປຮັບການສັກວັກຊິນປ້ອງກັນໂຄວິດເພື່ອສ້າງພູມຄູ້ມກັນໝູ່ໃຫ້ຄົບ 2 ເຂັມ ( ໂດຍສະເພາະກຸ່ມເປົ້າໝາຍ ) ຕາມສະຖານທີ່ ທີ່ຮັບຜິດຊອບໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ໃນແຕ່ລະໄລຍະ ເພື່ອຄວາມສະດວກ ແມ່ນໃຫ້ມີການລົງທະບຽນແຈ້ງລາຍຊື່ ແລະ ເດີນທາງໄປສັກຕາມກຳນົດເວລາທີ່ທາງທີມແພດໄດ້ແຈ້ງໃຫ້ແຕ່ລະບ້ານ ແລະ ສໍາຄັນຈະຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ບໍ່ແອອັດ ຮັກສາໄລຍະຫ່າງ ແລະ ບໍ່ໃຫ້ກັງວົນວ່າວັກຊິນຈະບໍ່ພຽງພໍສັກເພາະ ພັກ ແລະ ລັດຖະບານກໍຄືກະຊວງສາທາລະນະສຸກແມ່ນມີແຜນໃນການຈັດຫາວັກຊິນມາບໍລິການໃຫ້ແກ່ພໍ່ແມ່ປະຊາຊົນທຸກຖ້ວນໜ້າ ເພື່ອບັນລຸໃຫ້ໄດ້ 50% ຂອງປະຊາຊົນພາຍໃນແຂວງ ໃນປີ 2021.

ທ່ານ ດຣ ບຸນຍະເວດ ວົງຄໍາຊາວ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ໃຫ້ສໍາພາດວ່າ: ແຂວງບໍ່ແກ້ວ ໄດ້ຮັບວັກຊີນທັງໝົດ 164.800 ໂດສ (ແຂວງຮັບ 79.800 ໂດສ ເຂດຮັບ 85.000 ໂດສ) ໃນນັ້ນ ຊີໂນຟາມ 159.800 ໂດສ ແອສຕ້າເຊນິກ້າ 5.000 ໂດສ ປະຈຸບັນນີ້ທົ່ວແຂວງສັກໄດ້ ລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຂັມທີ 1 ໄດ້ 82.711 ຄົນ ເຂັມທີ 2 ໄດ້ 70.468 ຄົນ ພາຍໃນແຂວງສັກໄດ້ ເຂັມທີ 1 ໄດ້ 39.917 ຄົນ ເທົ່າກັບ 20,60% ຂອງພົນລະເມືອງ ເຂັມທີ 2 ໄດ້ 31.097 ຄົນ ເທົ່າກັບ 16,05% ຂອງພົນລະເມືອງ ສໍາລັບວັກຊີນ ຈອນສັນແອນຈອນສັນ ຈະໄດ້ຮັບ ຈຳນວນ 26.000 ໂດສ ຈະໄດ້ແຈກຢາຍໃຫ້ 5 ເມືອງ ເຊິ່ງຈະສັກໃນກຸ່ມເປົ້າໝາຍ 60 ປີຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈໍາຕົວທີ່ບໍ່ໄດ້ຮັບວັກຊີນເຂັມທີ 1 ຜ່ານມາ ປະຈຸບັນນີ້ກໍໄດ້ໃຫ້ຂັ້ນເມືອງແຈ້ງໃຫ້ປະຊາຊົນກຸ່ມເປົ້າໝາຍມາລົງທະບຽນກຽມສັກໃນມໍ່ໆນີ້.

ສໍາລັບວັກຊີນທີ່ທາງແຂວງໄດ້ຮັັບແມ່ນມາຈາກ ໂຄງການໂຄແວັກ ຫຼື COVAX ແມ່ນການນຳພາຮ່ວມກັນໂດຍອົງການພັນທະມິດ ສາກົນດ້ານການສະໜອງວັກຊີນ ແລະ ການສັກຢາກັນພະຍາດ ຫຼື Gavi ເຊິ່ງແມ່ນພັນທະມິດດ້ານວັກຊີນ ອົງການອະນາໄມໂລກ ຫຼື WHO ແລະ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ ຫຼື EPI ທີ່ເຮັດວຽກຮ່ວມກັບອົງການຢູນິເຊັບ (UNICEF) ພ້ອມທັງ ທະນາຄານໂລກ ຄູ່ຮ່ວມມືດ້ານການພັດທະນາ ອົງການຈັດຕັ້ງສັງຄົມ ຜູ້ຜະລິດ ແລະ ອື່ນໆ ເຊິ່ງCOVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT) ແມ່ນການຮ່ວມມືທົ່ວໂລກຄັ້ງສໍາຄັນເພື່ອເລັ່ງລັດການພັດທະນາ ການຜະລິດ ແລະ ການເຂົ້າເຖິງຢ່າງເທົ່າທຽມກັນຕໍ່ການກວດຫາ ການປິ່ນປົວ ແລະ ການສັກວັກຊີນກັນພະຍາດ.
ສ່ວນການເດີນທາງຂອງຄະນະນັກຂ່າວໃນການລົງເກັບກຳຂໍ້ມູນໃນເທື່ອຄັ້ງນີ້ ແມ່ນດຳເນິີນໂດຍ ສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ ແລະ ສະໜັບສະໜູນ ໂດຍ ອົງການ ຢູນີເຊັບ ປະຈໍາ ສປປ ລາວ.