
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ສຸກສາລາ ໂຮງໝໍເມືອງ ແລະ ການປັບປຸງງານບໍລິການປິ່ນປົວຂັ້ນພື້ນຖານຢູ່ແຂວງຫົວພັນ” ລະຫວ່າງພະແນກສາທາລະນະສຸກແຂວງຫົວພັນ ແລະ ອົງການແພດໂລກຍີ່ປຸ່ນ ຈັດຂຶ້ນວັນທີ 11 ມີນາ 2020 ຢູ່ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ວິລະພອນ ພົມວົງສາ ຫົວໜ້າພະແນກສາທາລະນະສຸກແຂວງຫົວພັນ ແລະ ທ່ານ ນາງອາກິໂອກາວະ ຫົວໜ້າອົງການແພດໂລກຍີ່ປຸ່ນປະຈຳລາວ ມີທ່ານ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນເຂົ້າຮ່ວມ.
ໂຄງການດັ່ງກ່າວ ເພື່ອປັບປຸງສຸຂະພາບແມ່ ແລະ ເດັກ ດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກເພື່ອບຳລຸງຮັກສາ ແລະ ປັບປຸງການບໍລິການປິ່ນປົວຂັ້ນພື້ນຖານຢູ່ສະຖານທີ່ບໍລິການສຸຂະພາບຂັ້ນຕົ້ນໃນແຂວງຫົວພັນ ອົງການແພດໂລກຍີ່ປຸ່ນຈະສຶບຕໍ່ເຮັດວຽກຢູ່ໃນເມືອງຊ່ອນ ແລະ ເມືອງຫົວເມືອງ ຜັນຂະຫຍາຍ ແລະ ປັບປຸງຜົນສຳເລັດຂອງໂຄງການໄລຍະ 3 ປີທີ່ຜ່ານມານັ້ນໃຫ້ມີຄວາມຍືນຍົງ ອົງການແພດໂລກຍີ່ປຸ່ນຈະສ້າງຄວາມສາມາດໃນການຕິດຕາມກວດກາ ແລະ ການປະເມີນຜົນ ແລະ ເອື້ອອຳນວຍໃຫ້ແກ່ການຮ່ວມມືລະຫວ່າງຄະນະກຳມະການຮັກສາສຸຂະພາບຂັ້ນບ້ານ ສະຖານທີ່ບໍລິການສຸຂະພາບແລະ ຫ້ອງການສາທາລະນະສຸກເມືອງ ເຊິ່ງຈະເຮັດໃຫ້ເຂົາເຈົ້າມີຄວາມສາມາດໃນການຮຽນຮູ້ດ້ວຍຕົນເອງແບບຍືນຍົງ ໂຄງການດັ່ງກ່າວຈະໄດ້ທົບທວນຄືນ ແລະ ຄັດເລຶອກເອົາປະສົບການ ແລະບົດຮຽນຢູ່ໃນເມືອງຊ່ອນ ແລະ ເມືອງຫົວເມືອງ ເພື່ອນຳມາເປັນຕົວແບບໃຫ້ແກ່ການສ້າງຄວາມສາມາດອີກດ້ວຍ ສຳລັບເມືອງທີ່ເປັນເປົ້າໝາຍໃໝ່ ຄືເມືອງກວັນ ທາງໂຄງການຈະສ້ອມແປງສະຖານທີ່ບໍລິການ ແລະ ສະໜອງອຸປະກອນການແພດທີ່ຈຳເປັນເພື່ອໃຫ້ການບໍລິການປິ່ນປົວສຸຂະພາບຂັ້ນຕົ້ນໃຫ້ມີຄວາມຍືນຍົງ ໂຄງການກໍຈະນຳໃຊ້ທີ່ກ່າວມາເທິງນັ້ນເຂົ້າໃນການສ້າງຄວາມສາມາດໃຫ້ແກ່ພະນັກງານແພດກ່ຽວກັບທັກສະການກວດພະຍາດຂັ້ນພື້ນຖານ ແລະ ການດູແລສຸຂະພາບເດັກນ້ອຍ.