
ການແຂ່ງຂັນເຕະບານເຍົາ ວະຊົນຊາຍຮຸ່ນອາຍຸບໍ່ເກີນ 12 ປີ ຫຼື ຢູ-12 ຊີງສະຫະພັນບານ ເຕະແຫ່ງຊາດລາວ ຫຼື ສຕລ ປະຈຳປີ 2020 ຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ ທີ່ຈະແຂ່ງຂັນທ້າຍອາທິດນີ້ (ວັນທີ 7 ມີນາ) ຖືກເລື່ອນການແຂ່ງຂັນອອກໄປແບບບໍ່ມີກຳນົດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.
ອີງຕາມຂໍ້ມູນຈາກສະຫະພັນບານເຕະແຫ່ງຊາດລາວ (ສຕລ) ອອກແຈ້ງການວັນທີ 4 ມີນາ 2020 ໃຫ້ຮູ້ວ່າ: ຂໍແຈ້ງມາຍັງ ບັນດາທີມທີ່ເຂົ້າຮ່ວມການແຂ່ງ ຂັນເຕະບານເຍົາວະຊົນຊາຍຮຸ່ນອາຍຸບໍ່ເກີນ 12 ປີ ຊີງຂັນ ສຕລ ປະຈຳປີ 2020 ຊາບວ່າ: ການແຂ່ງຂັນຮອບ 4 ທີມ ແລະ ຮອງຊີງຊະນະເລີດ ປະຈຳອາ ທິດທີ 5 ທີ່ຈະແຂ່ງຂັນວັນເສົາທີ 7 ມີນາ 2020 ໄດ້ເລື່ອນການແຂ່ງຂັນອອກໄປແບບບໍ່ມີກຳນົດ ສາເຫດເນື່ອງຈາກທາງຄະນະບໍລິຫານງານ ສຕລ ໄດ້ເຫັນເຖິງຄວາມສຳຄັນ ໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢ່າງໜັກທົ່ວໂລກໃນປັດຈຸບັນ.
ສຳລັບຮອບຮອງຊະນະເລີດ ມຊ ເອັຟຊີ ທີ່ລົງສະໜາມ 6 ນັດ ມີ 14 ຄະແນນ ເຂົ້າຮອບໃນຖານະແຊັມກຸ່ມ A ໄປພົບກັບ ດີເຄ ເອັຟຊີ ຮອງແຊັມກຸ່ມ B ທີ່ລົງສະໜາມ 7 ນັດມີ 13 ຄະ ແນນ ສ່ວນ ລ໋ອບ ສະເຕດ້ຽມ ລົງສະໜາມ 6 ນັດ ມີ 14 ຄະ ແນນເຊັ່ນກັນ ເຂົ້າຮອບຮອງໃນ ຖານະຮອງແຊັມກຸ່ມ A ໄປພົບກັບ ເຄເອັນຊີ ເອັຟຊີ ແຊັມກຸ່ມ B ທີ່ລົງສະໜາມ 7 ນັດຊະນະລວດມີ 21 ຄະແນນ ເຊິ່ງການແຂ່ງຂັນຈະເລື່ອນອອກແບບບໍ່ມີກຳນົດ ແຕ່ຖ້າມີແຈ້ງການອະນຸຍາດໃຫ້ແຂ່ງຂັນອີກຄັ້ງ ພວກເຮົາຈະຂໍລາຍງານໃຫ້ທ່ານຊາບຕື່ມພາຍຫຼັງ.