10 ອົງການຈັດຕັ້ງສັງຄົມ ໄດ້ເຊັນສັນຍາຮ່ວມມືໃນການໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ທົ່ວ 10 ແຂວງໃນປະເທດລາວ ຂຶ້ນໃນວັນທີ 30 ກໍລະກົດ 2021 ຢູ່ໂຮງແຮມດອນຈັນພລາເລດ ເຊິ່ງ 10 ໂຄງການຂອງສະມາຄົມເຫຼົ່ານີ້ ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ຈະສາມາດເຂົ້າເຖິງປະຊາຊົນຫຼາຍກວ່າ 100.000 ຄົນ ທົ່ວ 102 ບ້ານ ໃນ 16 ເມືອງ ໃນນັ້ນ ກວມເອົາການສະໜອງບ່ອນລ້າງມື 62 ແຫ່ງ ແລະ ການສະໜອງອຸປະກອນເພື່ອສະກັດກັ້ນໂຄວິດ ໃຫ້ແກ່ໂຮງຮຽນ 46 ແຫ່ງ ໂຮງໝໍນ້ອຍ 5 ແຫ່ງ ແລະ ຕະຫຼາດອີກ 10 ແຫ່ງ.

ແຕ່ລະອົງກອນ ໄດ້ຮັບງົບປະມານ 250 ລ້ານກີບ ເປັນມູນຄ່າລວມທັງໝົດ 2,5 ຕື້ກີບ ເພື່ອໂຕ້ຕອບກັບພະຍາດໂຄວິດ-19 ບັນດາອົງການຈັດຕັ້ງສັງຄົມທີ່ໄດ້ຮັບເງິນທຶນລວມມີ: ສາມາຄົມແມ່ຍິງຮ່ວມໃຈພັດທະນາ (ສມຮພ) ຢູ່ແຂວງບໍ່ແກ້ວ ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ຢູ່ຫຼວງນໍ້າທາ ສະມາຄົມຮ່ວມໃຈພັດທະນາ (ສຮນ) ຢູ່ຫຼວງພະບາງ ສະມາຄົມສົ່ງເສີມການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ (ສສກຊ) ຢູ່ແຂວງໄຊຍະບູລີ ສະມາຄົມສົ່ງເສີມຄວາມຮູ້ກ່ຽວກັບການຄົ້ນຄ້ວາ ແລະ ພັດທະນາຊົນນະບົດ (ສສຄພຊ) ຢູ່ແຂວງວຽງຈັນ ສະມາຄົມເພຶ່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ສພມຊກ) ຢູ່ນະຄອນຫຼວງວຽງຈັນ ສະມາຄົມສົ່ງເສີມການຮຽນຮູ້ເພຶ່ອການພັດທະນາ (ສສຮພ) ຢູ່ແຂວງບໍລິຄໍາໄຊ ສະມາຄົມນໍ້າໃຈຊາວບ້ານ (ສນຊບ) ຢູ່ແຂວງຄໍາມ່ວນ ສະມາຄົມຕະກຽງລາວ (ສຕລ) ຢູ່ແຂວງສະຫວັນນະເຂດ ແລະ ສະມາຄົມພັດທະນາຊຸມຊົນເມືອງໂຂງ (ສພຊຂ) ຢູ່ແຂວງຈຳປາສັກ.

ທ່ານ Soumya Brata Guh ຜູ້ອໍານວຍການ ອົງການແພລນສາກົນ ປະຈໍາ ສປປ ລາວ ກ່າວໃນພິທີດັ່ງກ່າວວ່າ: ອົງການຈັດຕັ້ງສັງຄົມ ໄດ້ໂຕ້ຕອບກັບການປ້ອງກັນພະຍາດໂຄວິດ-19 ຕັ້ງແຕ່ປີທີ່ຜ່ານມາ ແລະ ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ 10 CSOs ທໍາອິດໄດ້ຮັບທຶນພາຍໃຕ້ໂຄງການຊີແຊັກ ໃນເດືອນພຶດສະພາ 2021 ການສະໜັບສະໜູນທຶນນີ້ ຈະຊ່ວຍເພີ່ມຄວາມພະຍາຍາມຂອງພວກເຮົາຂຶ້ນເປັນສອງເທົ່າ ແລະ ຊ່ວຍໃຫ້ການປະຕິບັດກິດຈະກຳຂອງອົງການຈັດຕັ້ງສັງຄົມລາວຫຼາຍຂື້ນ ເພື່ອຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວ 10 ແຂວງ ແລະ ທົ່ວປະເທດ ສິ່ງນີ້ຈະບໍ່ພຽງແຕ່ສະໜັບສະໜູນຊຸມຊົນເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດເທົ່ານັ້ນ ແຕ່ໃນທາງກັບກັນ ມັນຈະສຸມໃສ່ບາງຜົນກະທົບທາງລົບຈາກພະຍາດໂຄວິດ ລວມທັງພາລະດ້ານການເງິນ ແລະ ສັງຄົມຕໍ່ກັບແມ່ຍິງ ແລະ ເດັກຍິງ ໂຄງການເຫຼົ່ານີ້ຈະຊ່ວຍແມ່ຍິງ ເດັກຍິງ ແລະ ຊຸມຊົນຂອງພວກເຂົາໃນການປ້ອງກັນ ແລະ ຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19 ໄດ້.

# ຂ່າວ & ພາບ: ສີພອນ