ສໍາເລັດການເຝິກອົບຮົມ G-we platform ເວັບໄຊ ໃຫ້ພະນັກງານໃນຂົງເຂດ ຖວທ

    ໃນລະຫວ່າງວັນທີ 26-30 ກໍລະກົດ 2021 ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທອງທ່ຽວ ໄດ້ສຳເລັດການເຝິກອົບຮົມກ່ຽວກັບການສ້າງເວັບໄຊ  ແລະ ເຟສ ໃນລະບົບ g-wed ໃຫ້ແກ່ພະນັກງານໃນຂົງເຂດ ຖວທ 9 ຕົວເມືອງ ໂດຍເຂົ້າຮ່ວມຂອງທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍພະນັກງານວິຊາການ ວິທະຍາກອນ ແລະ ນັກສຳມະນາກອນກ່ຽວຂ້ອງເຂົ້າຮ່ວມ 20 ຄົນ ຍິງ 3 ຄົນ.

      ການເຝິກອົບຮົມໃນຄັ້ງນີ້ ເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ນັກສໍາມະນາກອນໃນຂົງເຂດຖະແຫຼງຂ່າວ 9 ຕົວເມືອງໄດ້ມີບົດຮຽນອັນໃໝ່ໆ ໂດຍສະເພາະ ການຕິດຕັ້ງລະບົບ G-wed ເຊັ່ນ: ການຕິດຕັ້ງເຊີເວີຈຳລອງ ຕິດຕັ້ງເວັບໄຊ ອັບໂຫຼດຂໍ້ມູນ ການຄຸ້ມຄອງຜູ້ໃຊ້ງານລະບົບ: ສ້າງ/ແກ້ໄຂລາຍຊື່ຜູ້ເຂົ້ານາໍໃຊ້  ການອອກແບບ ຈັດການແບນເນີ ສ້າງເນື້ອຫາ ເມນູຍ່ອຍ ການຈັດການໜ້າຫຼັກ ແລະ ຈັດການ Static Content ແລະ ອີກຫຼາຍໆບົດຮຽນທີ່ໜ້າສົນໃຈ ຈາກອາຈານທີ່ມີປະສົບການ ແລະ ຊຳນານໃນດ້ານວຽກງານໄອທີ ແລະ ໃຫ້ນັກສຳມະນາກອນນຳເອົາຄວາມຮູ້ຄວາມສາມາດທີ່ຕົນໄດ້ຮຽນມາ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ແລະ ນຳໄປພັດທະນາອົງກອນຂອງຕົນເອງໃຫ້ດີຂຶ້ນ.

      ໃນໂອກາດດັ່ງກ່າວ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກ ຖວທ ນວ ໄດ້ເປັນກຽດຂຶ້ນມອບໃບຍັ້ງຢືນໃຫ້ແກ່ນັກສຳມະນາກອນອີກດ້ວຍ ນອກນັ້ນ ທ່ານຍັງໄດ້ກ່າວຄຳຍ້ອງຍໍຊົມເຊີຍ ແລະ ໃຫ້ນັກສຳມະນາກອນຈົ່ງນຳເອົາຄວາມຮູ້ໃນຄັ້ງນີ້ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດອີກດ້ວຍ.

ຂ່າວ-ພາບ: ອຸເປຂາ

error: Content is protected !!