ປຶກສາຫາລືການສໍາຫຼວດຂຶ້ນບັນຊີສາຍນໍ້າເພື່ອຮ່ວມກັນແກ້ໄຂບັນຫານໍ້າຖ້ວມຂັງໃນຕົວເມືອງ

    ກອງປະຊຸມປຶກສາຫາລືກ່ຽວກັບການສໍາຫຼວດການຂຶ້ນບັນຊີສາຍນໍ້າ ຫ້ວຍຮ່ອງ ຄອງບຶງ ທີ່ມະນຸດສ້າງຂຶ້ນ ແລະ ຕາມທໍາມະຊາດ  ເພື່ອຄຸ້ມຄອງໃຫ້ມີຄວາມຍືນຍົງ  ແລະ  ປຶກສາຫາລືກ່ຽວກັບພາລະບົດບາດຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງ ໃນການຄຸ້ມຄອງລະບົບລະບາຍນໍ້າ ແລະ ແກ້ໄຂບັນຫາສະພາບນໍ້າຖ້ວມຂັງໃນ 5 ຕົວເມືອງ ໃນນະຄອນຫຼວງວຽງຈັນ ວັນທີ 2 ສິງຫາ 2021 ທີ່ກົມຊັບພະຍາກອນນໍ້າ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນປະທານຂອງທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີບັນດາຜູ້ຕ່າງໜ້າຈາກກົມກ່ຽວຂ້ອງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພະແນກການ ຫ້ອງການ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາລື ແລກປ່ຽນຄໍາຄິດຄໍາເຫັນລະຫວ່າງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກັບບັນດາຂະແໜງການກ່ຽວຂ້ອງໃນນະຄອນຫຼວງວຽງຈັນ ເພື່ອຮ່ວມມືກັນແກ້ໄຂການລະບາຍນໍ້າຕາມຮ່ອງລະບາຍນໍ້າໃນນະຄອນຫຼວງວຽງຈັນໃຫ້ໄຫຼສະດວກສະບາຍ ເປັນໄປຕາມລະບົບ ບໍ່ມີສິ່ງອຸດຕັນ ແນໃສ່ປັບປຸງແກ້ໄຂບັນຫານໍ້າຖ້ວມຂັງໃນຕົວເມືອງ ເຊິ່ງບັນດາຂະແໜງການກ່ຽວຂ້ອງໄດ້ນໍາສະເໜີນິຕິກໍາ ການສໍາຫຼວດ ແລະ ການຂຶ້ນບັນຊີບັນດາສາຍນໍ້າ ຫ້ວຍຮ່ອງ ຄອງບຶງ ເພື່ອຄຸ້ມຄອງໃຫ້ມີຄວາມຍືນຍົງ ພາລະບົດບາດຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ພາລະບົດບາດຄວາມຮັບຜິດຊອບຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພາລະບົດບາດຄວາມຮັບຜິດຊອບຂອງຂະແໜງຊົນລະປະທານ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃນການຄຸ້ມຄອງລະບົບລະບາຍນໍ້າ ແກ້ໄຂບັນຫາສະພາບນໍ້າຖ້ວມຂັງ ແລະ ສະພາບລວມໃນການຄຸ້ມຄອງຊັບພະຍາກອນນໍ້າໃນ 5 ຕົວເມືອງຢູ່ນະຄອນຫຼວງວຽງຈັນ ນອກນີ້ ຍັງໄດ້ສະເໜີຈຸດປະສົງ ເນື້ອໃນຂອງການສໍາຫຼວດ ແລະ ການຂຶ້ນບັນຊີບັນດາສາຍນໍ້າທີ່ມະນຸດສ້າງຂຶ້ນ ແລະ ຕາມທໍາມະຊາດ ເພື່ອຄຸ້ມຄອງໃຫ້ມີຄວາມຍືນຍົງ ແລະ ສະເໜີປຶກສາຫາລືແຜນເບື້ອງຕົ້ນ ໃນການເດີນສໍາຫຼວດ ແລະ ຂຶ້ນບັນຊີ ນອກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ລົງກວດກາຕົວຈິງເຂດທີ່ມີຄວາມສ່ຽງນໍ້າຖ້ວມຂັງ ຮ່ອງລະບາຍນໍ້າ ບ້ານນາແຮ່-ດອນແດງ-ເດີນເບີນ (ຈຸດນໍ້າຖ້ວມຢູ່ເຂດວັດແກ້ວປ່າ) ເມືອງສີໂຄດຕະບອງ ແລະ ລົງກວດກາເຂດທີ່ມີຄວາມສ່ຽງນໍ້າຖ້ວມຂັງ ຮ່ອງລະບາຍນໍ້າໜ້າຫໍປະຊຸມແຫ່ງຊາດ ແລະ ຫ້ອງວ່າການສູນກາງພັກ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!