ຫົວເຫວີຍ ກັບການເລັ່ງເສດຖະກິດດີຈີຕອນ ເຊື່ອມໂຍງຂົງເຂດຕ່າງໆເຂົ້າກັນຢູ່ພາກພື້ນອາຊີປາຊີຟິກ

    ເພື່ອຄົ້ນຄວ້າເສດຖະກິດດີຈີຕອນໃນແງ່ມຸມຕ່າງໆຈາກຕະຫຼາດເຕັກໂນໂລຊີ ການລວມໂຕເປັນໜຶ່ງ ແລະ ທັດສະນະຂອງຄວາມຍືນຍົງ ຫົວເຫີຍຈຶ່ງໄດ້ຈັດສໍາມະນາອອນລາຍ ຫົວຂໍ້ “ການເລັ່ງເສດຖະກິດດີຈີຕອນ ເພື່ອການລວມຕົວຂົງເຂດຕ່າງໆຢູ່ໃນອາຊີ-ປາຊີຟິກ ເຊື່ອມຕໍ່ອຸດສາຫະກໍາດີຈີຕອນໃນໄລຍະການແຜ່ລະບາດ” ຂຶ້ນວັນທີ 29 ກໍລະກົດ 2021 ນະຄອນເຊີນເຈີ້ນ ສປ ຈີນ ໂດຍຮຽກຮ້ອງໃຫ້ໃຊ້ໂອກາດດ້ານດີຈີຕອນ ເພື່ອສ້າງລະບົບນິເວດໃຫ້ມີຄວາມກົມກືນ ແລະ ສົ່ງເສີມການເຊື່ອມໂຍງພາກພື້ນ ຂະນະທີ່ຍັງຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ໂດຍມີຜູ້ຕາງໜ້າ ແລະ ຜູ້ນໍາຈາກພາກລັດຖະບານ ອຸດສາຫະກຳ ແລະ ວິຊາການທົ່ວອາຊີ-ປາຊີຟິກ ເຂົ້າຮ່ວມການສົນທະນາ.

    ທ່ານ Djauhari Oratmangun ເອກອັກຄະລັດຖະທູດ ສ ອິນໂດເນເຊຍ ປະຈຳ ສປ ຈີນ ກ່າວວ່າ: ການຫັນປ່ຽນດີຈີຕອນ ການປ່ຽນແປງທາງທຸລະກິດ ໄດ້ຖືກຍົກລະດັບຄວາມສຳຄັນຢ່າງຫຼວງຫຼາຍ ໃນລະຫວ່າງການແຜ່ລະບາດຂອງພະຍາດໂຄວິດ-19 ອິນໂດເນເຊຍພະຍາຍາມຂະຫຍາຍເສດຖະກິດດີຈີຕອນ ເພື່ອບັນລຸການຟື້ນຕົວທາງສັງຄົມ ແລະ ການຫັນເປັນດີຈີຕອນ ຕົນເປັນພະຍານໄດ້ວ່າ ຫົວເຫວີຍເພີ່ມຄຸນຄ່າໃນການປະເຊີນກັບການຫັນເປັນດີຈີຕອນທີ່ຂະຫຍາຍຕົວຢ່າງວ່ອງໄວ.

    ທ່ານ ດຣ Le Quang Lan ຜູ້ຊ່ວຍຜູ້ອຳນວຍການຝ່າຍ ICT ແລະ ພະແນກທ່ອງທ່ຽວ ກອງເລຂາອາຊຽນ ກ່າວວ່າ: ການພັດທະນາລະບົບນິເວດເສດຖະກິດດີຈີຕອນ ເປັນຂະບວນການທີ່ມີສ່ວນຮ່ວມຢ່າງຫ້າວຫັນຂອງຫຼາຍພາກສ່ວນ ລວມທັງພາກເອກະຊົນ ພວກເຮົາຍິນດີຕໍ່ການລິເລີ່ມຂອງຫົວເຫວີຍ ໃນການຈັດການສົນທະນານີ້ ເພື່ອສະໜັບສະໜູນຂະບວນການດັ່ງກ່າວ.

    ທ່ານ Jay Chen ຮອງປະທານບໍລິສັດ ຫົວເຫວີຍ ອາຊີ-ປາຊິຟິກ ກ່າວວ່າ: ຫົວເຫວີຍມີຄວາມມຸ່ງໝັ້ນທີ່ຈະເຮັດໃຫ້ແຜນແມ່ບົດດີຈີຕອນຂອງອາຊຽນ ປີ 2025 ເປັນສ່ວນໜຶ່ງຂອງລະບົບນິເວດ ໃນ 3 ຂົງເຂດສໍາຄັນ ຄື: ການເຊື່ອມຕໍ່ ICT ການສ້າງຄວາມສາມາດ ແລະ ການສ້າງລະບົບນິເວດ ການຂະຫຍາຍຕົວຂອງເສດຖະກິດດີຈີຕອນຢູ່ພາກພື້ນ ແມ່ນເວົ້າເຖິງການເຂົ້າເຖິງການບໍລິການດີຈີຕອນລວມທັງໝົດ ພູມສັນຖານທີ່ອຳນວຍຄວາມສະດວກໃນການຂະຫຍາຍການເລີ່ມຕົ້ນ ແລະ ເປັນເສດຖະກິດແບບຍືນຍົງ 5 ປີຂ້າງໜ້າ ສາມາດເຫັນພາກພື້ນອາຊຽນສ້າງຄວາມກ້າວໜ້າອັນໃຫຍ່ຫຼວງ ເພື່ອກາຍເປັນສັງຄົມດີຈີຕອນ ແລະ ການຫັນປ່ຽນຈະຊ່ວຍໃຫ້ປະເທດສະມາຊິກ ສາມາດຟື້ນຕົວໄວຂຶ້ນຈາກໂລກລະບາດ ຫົວເຫວີຍຮ່ວມກັບບັນດາຄູ່ຮ່ວມອາຊຽນ ມຸ່ງໝັ້ນທີ່ຈະເຮັດໃຫ້ແຜນແມ່ບົດດີຈີຕອນຂອງອາຊຽນ ປີ 2025 ບັນລຸ ແລະ ສ້າງມູນຄ່າໃຫ້ຊຸມຊົນດີຈີຕອນ ແລະ ກຸ່ມເສດຖະກິດຊັ້ນນໍາ.

    ທ່ານ ດຣ Tan Khee Giap ປະທານຄະນະກໍາມະການແຫ່ງຊາດສິງກະໂປ ເພື່ອການຮ່ວມມືດ້ານເສດຖະກິດເຂດປາຊີຟິກ ກ່າວວ່າ: ການຫັນເປັນດີຈີຕອນ ບໍ່ພຽງແຕ່ເປັນຄວາມກ້າວໜ້າດ້ານເຕັກໂນໂລຊີ ແຕ່ເປັນການສ້າງຄວາມເຂັ້ມແຂງດ້ານຄຸນນະພາບຂອງການຫັນເປັນດີຈີຕອນໃຫ້ປະຊາຊົນຢ່າງກວ້າງຂວາງ ແມ່ນສິ່ງສໍາຄັນທີ່ສຸດ ຖ້າຕ້ອງມີການເຊື່ອມໂຍງເຂົ້າກັນ ບົດບາດຂອງລັດຖະບານແມ່ນສະໜອງຄວາມສາມາດດ້ານດີຈີຕອນໃຫ້ມີຄຸນນະພາບ ເປັນສິ່ງທີ່ດີຂອງສາທາລະນະໃຫ້ສາມາດປະກອບເຂົ້າກັບບໍລິສັດ ICT ຂອງພາກເອກກະຊົນ ເຊັ່ນ: ຫົວເຫວີຍ ດ້ວຍການເຊື່ອມຕໍ່ທີ່ມີຄຸນນະພາບ.

    ທ່ານ ດຣ Alvin P. Ang ຈາກມະຫາວິທະຍາໄລ Ateneo de Manila ກ່າວວ່າ: ລະບົບການສຶກສາ ຕ້ອງຢູ່ໃນສະພາບການທີ່ເປັນອົງປະກອບພື້ນຖານຂອງການຫັນເປັນດີຈີຕອນ ເປັນຕົ້ນ ລະດັບການສຶກສາຂັ້ນພື້ນຖານໃນໄວກາງຄົນ ຫຼື ຜູ້ທີ່ເຮັດວຽກຢູ່ແລ້ວ ກໍພະຍາຍາມຮຽນຮູ້ ແລະ ຍົກລະດັບຕົນເອງ ພວກເຮົາຕ້ອງລົງທຶນ ແລະ ໃຫ້ໂອກາດປະຊາຊົນຜູ້ອາໄສຢູ່ຊົນນະບົດ ຢ່າງໜ້ອຍໃຫ້ເຂົາເຈົ້າມີທັກສະພື້ນຖານໃນການນໍາໃຊ້ທາງດ່ວນເຕັກໂນໂລຊີ. 

    ທ່ານ ສຈ Jose Decolongon COO ແລະ ຜູ້ຈັດການຝ່າຍບໍລິຫານການຄາດຄະເນຂອງບໍລິສັດ Embiggen Consulting Philippines ກ່າວວ່າ: ວິສາຫະກິດຂະໜາດນ້ອຍ ຂະໜາດກາງ ຕ້ອງມີຄວາມເຂົ້າໃຈກ່ຽວກັບການຫັນເປັນດີຈີຕອນ ເພື່ອຮັບຮູ້ໂອກາດໃນການສໍາຫຼວດດ້ານດີຈີຕອນຂອງທຸລະກິດ ບັນດາວິສາຫະກິດເຫຼົ່ານີ້ ຕ້ອງປະເຊີນ​​ໜ້າກັບສິ່ງທ້າທາຍຕ່າງໆ ລວມທັງອົງກອນໃຫຍ່ ມັນກ່ຽວຂ້ອງກັບການຄຸ້ມຄອງ ແລະ ຄວາມໄວຂອງພື້ນຖານໂຄງລ່າງດີຈີຕອນ ນີ້ແມ່ນບ່ອນທີ່ບໍລິສັດໂທລະຄົມເຊັ່ນ: ຫົວເຫວີຍ ແລະ ບໍລິສັດທຸລະກິດໃນທ້ອງຖິ່ນຂອງພວກເຮົາສາມາດມີບົດບາດສໍາຄັນ.

    ນອກນີ້ ທ່ານ ດຣ Vo Tri Thanh ຜູ້ອໍານວຍການສະຖາບັນຍຸດທະສາດ ແລະ ການແຂ່ງຂັນຍີ່ຫໍ້ ກໍໄດ້ກ່າວວ່າ: ທ່າອ່ຽງນີ້ ຈະເຫັນໄດ້ຢ່າງຊັດເຈນຢູ່ຫວຽດນາມ ຫວຽດນາມຢູ່ໃນຈຸດປ່ຽນແປງໃຫ້ທັນກັບການປະຕິວັດອຸດສາຫະກຳ ຄັ້ງທີ 4 ແລະ ເສດຖະກິດຂອງພວກເຮົາແມ່ນເປີດກວ້າງຫຼາຍ ອາໄສການປະດິດສ້າງ ແລະ ມີຄວາມຍືນຍົງຫຼາຍຂຶ້ນ ການຫັນປ່ຽນດີຈີຕອນຢູ່ຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບການເຊື່ອມໂຍງເຂົ້າກັນຢູ່ໃນອາຊຽນ ແລະ ອາຊີ-ປາຊີຟິກ ເຊິ່ງຫົວເຫີຍມີບົດບາດສໍາຄັນ. 

# ພາບ – ຂ່າວ: ສະບາໄພ

error: Content is protected !!