ເຈົ້າຄອງນະຄອນຫຼວງ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການພັດທະນາເມືອງຫາດຊາຍຟອງ

    ທ່ານ ອາດສະພັງທອງ ສີພັນດອນ ພ້ອມດ້ວຍພະແນກການກ່ຽວຂ້ອງ ໄດ້ເຄື່ອນໄຫວຊຸກຍູ້ການພັດທະນາຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວັນທີ 31 ກໍລະກົດ 2021 ໂດຍການນໍາພາຂອງທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ມີຫ້ອງການກ່ຽວຂ້ອງເຂົ້າຮ່ວມ. 

    ການເຄື່ອນໄຫວຄັ້ງນີ້ ໄດ້ພົບປະກັບກຸ່ມຜະລິດແນວເຂົ້າບ້ານນາລ້ອງ ກວດກາເບິ່ງການຮັບປະກັນວຽກງານຕ້ານແລ້ງ ຕ້ານຖ້ວມ ປະຕູນໍ້າຫ້ວຍວັງວາດ ບ້ານສິມມະໂນ ແວ່ເບິ່ງຈຸດເສັ້ນທາງທີ່ເປ່ເພ ຍຸບ ແລະ ແຕກແຫງຢູ່ເຂດບ້ານຖິ່ນແທ່ນ ນອກນີ້ ໄດ້ຕິດຕາມເບິ່ງໂຄງການກໍ່ສ້າງອາຄານຮຽນມັດທະຍົມຕອນປາຍທ່າເດື່ອ (ມປ. ທ່າດື່ອ) ທີ່ເປັນໂຄງການລົງທຶນຂອງລັດ ທີ່ໄດ້ຢຸດການກໍ່ສ້າງ ເນື່ອງຈາກວ່າໂຄງການກໍ່ສ້າງບໍ່ໄດ້ມາດຖານຕາມເຕັກນິກວິຊາການທີ່ຕົກລົງກັນ ປັດຈຸບັນ ກວດວຽກປະຕິບັດໄດ້ 30,13% ນອກນີ້ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມໂຄງການປັບປຸງສູນເຝິກອົບຮົມວິຊາຊີບສະຫະພັນແມ່ຍິງບ້ານປ່າຫວ້າ ແລະ ຢ້ຽມຢາມເບິ່ງຄວາມຄືບໜ້າຂອງການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ.

# ພາບ – ຂ່າວ: ຂັນທະວີ

error: Content is protected !!