ຄອບຄົວການນຳ ແລະ ສະຫະພັນແມ່ຍິງ ຫສນຍ ມອບເຄື່ອງຊ່ວຍເຫຼືອໃຫ້ 3 ແຂວງພາກໃຕ້

    ວັນທີ 31 ກໍລະກົດ 2021 ຢູ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຈາກຄອບຄົວການນຳ ໃຫ້ແກ່ກະຊວງສາທາລະນະສຸກ ເພື່ອນຳໄປມອບຕໍ່ໃຫ້ 3 ແຂວງພາກໃຕ້ຄື: ແຂວງສະຫວັນນະເຂດ ສາລະວັນ ແລະ ແຂວງຈຳປາສັກ ລວມມູນຄ່າ 2.037.500.000 ກີບ  ໂດຍຕາງໜ້າຄອບຄົວການນຳ ນຳໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເປັນຜູ້ກ່າວມອບ ແລະ ກ່າວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເງິນຈຳນວນ 170 ລ້ານກີບ ພ້ອມອຸປະກອນການແພດປະກອບມີ: ຜ້າອັດປາກ-ດັງ ຊຸດແພດປ້ອງກັນແບບສະເພາະ ຊຸດແພດປ້ອງກັນແບບຄຸມໂຕ ແລະ ແວ່ນຢາງປ້ອງກັນ ເຊິ່ງເງິນ ແລະ ເຄື່ອງຊ່ວຍເຫຼືອທັງໝົດນີ້ ແມ່ນຈະໄດ້ສົ່ງຕໍ່ໄປຍັງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງຄື:ແຂວງສະຫວັນນະເຂດ ສາລະວັນ ແລະ ແຂວງຈຳປາສັກ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ພ້ອມນັ້ນ ສະຫະພັນແມ່ຍິງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຮ່ວມກັບພັນລະຍາການນຳຂອງສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ ນາງ ສີຈັນ ວິພາວັນ ພັນລະຍາຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ຄນະສະເພາະກິດ 3 ແຂວງ ລວມມູນຄ່າ 43 ລ້ານກວ່າກີບ.

# ພາບ – ຂ່າວ: ຊິລິການດາ

error: Content is protected !!