ກະຊວງຍຸຕິທຳ ຜັນຂະຫຍາຍເນື້ອໃນວຽກງານກວດກາ

    ກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2020 ແລະ ການເຄື່ອນໄຫວວຽກງານ 5 ປີ (2016-2020) ຂອງກະຊວງຍຸຕິດທຳ ຈັດຂຶ້ນວັນທີ 30 ກໍລະກົດ 2021 ຢູ່ກະຊວງດັ່ງກ່າວ ໂດຍເປັນປະທານຂອງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸທິທຳ ມີທ່ານ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ພ້ອມດ້ວຍຄະນະນຳກະຊວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

   ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ບົດສະຫຼຸບຫຍໍ້ກ່ຽວກັບວຽກງານກວດກາທົ່ວປະເທດ ປະຈຳປີ 2020 ແລະ ວຽກງານ 5 ປີ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະຖານ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈຳປີ (2016-2020) ຂອງກະຊວງຍຸຕິທຳ ແລະ ເຜີຍແຜ່ບົດໂອ້ລົມຂອງທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2020 ແລະ 5 ປີ ຂອງວຽກງານກວດກາ ແລະ ແຈ້ງການຂອງອົງການກວດກາລັດຖະບານ ກ່ຽວກັບການແຈ້ງຊັບສິນ ແລະ ເນື້ອໃນ ຜູ້ແທນກອງປະຊຸມປະກອບຄໍາເຫັນຕໍ່ກອງປະຊຸມກ່ຽວກັບວຽກງານກວດກາພັກ ກວດກາລັດ ການຕ້ານການສໍ້ລາດບັງຫຼວງ ຄໍາຮ້ອງ-ຄໍາສະເໜີ ແລະ ບັນຫາຕ່າງໆທີ່ຕິດພັນກັບວຽກງານກວດກາຂອງກະຊວງຍຸຕິທຳ ພ້ອມນັ້ນ ຍັງໄດ້ຮັບຟັງການປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 39 ປີ ຂອງທ່ານ ລັດຖະມົນຕີກະຊວງຍຸຕິທຳ  ທັງນີ້ກໍເພື່ອແນໃສ່ໃຫ້ສະມາຊິກພັກ ພະນັກງານແຕ່ລະຂັ້ນ ເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມ ກຳແໜ້ນທັກສະນະຕ່າງໆຂອງພັກ ແລະ ນະໂຍບາຍຂອງລັດ ກ່ຽວກັບວຽກງານຕິດຕາມກວດກາ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ  ເພື່ອເພີ່ມທະວີຄວາມຮັບຜິດຊອບຂອງອົງຄະນະພັກ-ອົງການປົກຄອງ ໂດຍສະເພາະ ຖັນແຖວພະນັກງານແຕ່ລະຂັ້ນ ຕໍ່ວຽກງານດັ່ງກ່າວ ຕາມທິດຂອງກອງປະຊຸມຄັ້ງທີ xi ຂອງພັກ ທີ່ກຳນົດໄວ້ໃຫ້ມີຜົນສຳເລັດເທື່ອລະກ້າວ.

   # ຂ່າວ & ພາບ :  ລັດເວລາ

error: Content is protected !!