ບຣາເດີ ໄດ້ຮັບ 4 ລາງວັນຈາກເວທີ iF DESIGN AWARD 2021

    ບຣາເດີ (Brother) ເນັ້ນໜັກປັດຊະຍາການດຳເນີນທຸລະກິດ “At your side” ຍົກໃຫ້ເຫັນຄວາມໂດດເດັ່ນດ້ານຟັງຊັ່ນການໃຊ້ງານ ແລະ ການໃຫ້ຄວາມສຳຄັນຕໍ່ການເປັນຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ ສົ່ງຜ່ານຄວາມສະຫຼາດດ້ານການອອກແບບ ຈົນສາມາດຄວ້າ 4 ລາງວັນຈາກເວທີ iF DESIGN AWARD 2021 ການແຂ່ງຂັນດ້ານການອອກແບບທີ່ໄດ້ຮັບການຍອມຮັບລະດັບໂລກ ໂດຍມີຄະນະກຳມະການທີ່ມີຊື່ສຽງລະດັບນານາຊາດຮ່ວມຄັດເອົາຜະລິດຕະພັນທີ່ເໝາະສົມທີ່ຈະໄດ້ຮັບລາງວັນ.

    ໄລຍະຫຼາຍປີຜ່ານມາ Brother ໄດ້ສະແດງທ່າແຮງດ້ານການອອກແບບທີ່ປານີດ ງົດງາມ ແລະໃສ່ໃຈຕໍ່ລູກຄ້າ ແລະ ສິ່ງແວດລ້ອມ ຈົນສາມາດຄວ້າລາງວັນ iF Design Award ມາຄອງ 14 ຄັ້ງຕິດຕໍ່ກັນ ຈາກ 78 ຜະລິດຕະພັນອັນຊົງຄຸນຄ່າ ສໍາລັບປີ 2021 Brother ສາມາດຄວ້າ 4 ລາງວັນ ຈາກ 4 ຜະລິດຕະພັນຄື: ເຄື່ອງສະແກນ (Scanner) 4 ຮຸ່ນ (DS-940DW  MDS-940DW DS-740D DS-640) ເຄື່ອງພິມສະຫຼາກ P-touch CUBE ຮຸ່ນ PT-P910BT ລະບົບປະຕິບັດການເຊື່ອມຕໍ່ກັບການເຮັດວຽກເຄື່ອງຈັກ (User interface of Numerical control unit Machine tools) ຮຸ່ນ  CNC UI D00 ແລະ ແອັບພລີເຄຊັ່ນ My Stitch Monitor ຊ່ວຍໃຫ້ສາມາດກວດສອບງານດ້ານອຸປະກອນ iOS ຫຼື AndroidTM  ໄດ້ໃນທຸກບ່ອນທີ່ຕ້ອງການ (Embroidery monitoring mobile application My Stitch Monitor) ໂດຍໃນປີນີ້ ມີຜົນງານທີ່ສົ່ງເຂົ້າແຂ່ງຂັນປະມານ 10.000 ລາຍການ ຈາກ 52 ປະເທດທົ່ວໂລກ ໂດຍ Brother ພະຍາຍາມຢ່າງຕໍ່ເນື່ອງ ໃນການປັບປຸງຄຸນນະພາບການອອກແບບ ແລະ ນະວັດຕະກຳຜະລິດຕະພັນ ເພື່ອສົ່ງຄຸນຄ່າທີ່ເໜືອກວ່າໃຫ້ລູກຄ້າ ຄວບຄູ່ກັບການຫ່ວງໄຍສິ່ງແວດລ້ອມ ເພື່ອຄວາມຍືນຍົງຢ່າງສົມດຸນ.

    ການແຂ່ງຂັນ iF DESIGN AWARD ຈັດຂຶ້ນໂດຍ iF-International Forum Design ຢູ່ ຮັນໂນເວີ ປະເທດເຢຍລະມັນ ເຊິ່ງເປັນໜຶ່ງໃນການແຂ່ງຂັນດ້ານການອອກແບບລະດັບນານາຊາດທີ່ມີຊື່ສຽງທີ່ສຸດລາຍໜຶ່ງຂອງໂລກ ໂດຍເລີ່ມດຳເນີນຕັ້ງແຕ່ປີ 1953 ເປັນຕົ້ນມາ ໄດ້ຮັບການຍອມຮັບຈາກທົ່ວໂລກ ເພາະບໍ່ພຽງແຕ່ຕັດສິນຈາກຮູບລັກສະນະພາຍນອກຂອງຜະລິດຕະພັນ ຍັງພິຈາລະນາຈາກເກນຕ່າງໆເຊັ່ນ: ຟັງຊັ້ນການເຮັດວຽກ ແລະ ປະສິດທິຜົນດ້ານສິ່ງແວດລ້ອມ ຕື່ມອີກ

    ສໍາລັບຂໍ້ມູນເພີ່ມເຕີມເບິ່ງ https://www.brother.co.th/th-th     https://www.facebook.com/BrotherLaos/.

# ພາບ – ຂ່າວ:  ສະບາໄພ

error: Content is protected !!