ມອບແນວພັນເຂົ້າໃຫ້ຊາວກະສິກອນເມືອງທົ່ງມີໄຊ

    ວັນທີ 29 ກໍລະກົດ 2021 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບແນວພັນເຂົ້າລຸ້ນ 3 ໃຫ້ຄອບຄົວຊາວກະສິກອນທີ່ຖືກຜົນກະທົບໄພພິບັດທາງທຳມະຊາດປີ 2020 ກ່າວມອບໂດຍທ່ານ ບຸນຈັນ ໄຊພູໂຂງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທົ່ງມີໄຊ ມີທ່ານ ສີສະຫວັນ ສຸກສະຫວັນ ຮອງເຈົ້າເມືອງທົ່ງມີໄຊພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ນາຍບ້ານເຂົ້າຮ່ວມ.

     ໃນປີ 2020 ທົ່ວເມືອງມີຫຼາຍບ້ານ ແລະ ຫຼາຍຄອບຄົວໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຮັດໃຫ້ເກີດດິນເຊາະເຈື່ອນຖົມນາຂອງປະຊາຊົນບາງເຂດບາງບ່ອນ ເຊິ່ງໄດ້ຮັບຜົນກະທົບທັງໝົດ 190 ຄອບຄົວ ຕໍ່ກັບບັນຫານີ້ດ້ວຍຄວາມເປັນຫ່ວງເປັນໄຍຂອງພາກລັດ ກໍຄືການນຳເມືອງທົ່ງມີໄຊ ທີ່ມີຕໍ່ປະຊາຊົນທີ່ຖືກກະທົບນັ້ນ ຈຶ່ງໄດ້ນຳເອົາແນວພັນເຂົ້າລຸ້ນ 3  ຈຳນວນ 2.940 ກິໂລ ລວມມູນຄ່າທັງໝົດ 9,7 ລ້ານກີບ ມອບໃຫ້ຄອບຄົວທີ່ຖືກຜົນກະທົບ ເພື່ອນໍາເອົາເຂົ້າຈຳນວນນີ້ໄປເປັນແນວພັນສືບຕໍ່ຜະລິດເຂົ້ານາປີ ​ແລະ ນາແຊງ ເພື່ອເຮັດໃຫ້ມີການຜະລິດຂະຫຍາຍຕົວຢ່າງຕໍ່ເນື່ອງ.

   ​ໂອກາດ​ນີ້ ທ່ານ ທອງເສີຍ ພູມມະທີ ນາຍບ້ານນາມົນ ຕາງໜ້າໃຫ້ອົງການປົກຄອງບ້ານ ກໍຄືປະຊາຊົນທີ່ຖືກຜົນກະທົບທົ່ວເມືອງ ໄດ້ກ່າວຄຳຂອບໃຈຕໍ່ກັບການນຳເມືອງ ແລະ ຈະນຳເອົາແນວພັນເຂົ້າຈຳນວນນີ້ໄປແຈກຢາຍໃຫ້ຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບໃຫ້ໄດ້ຮັບຕາມຄວາມເໝາະສົມຂອງແຕ່ລະຄອບຄົວ.

   # ຂ່າວ & ພາບ : ສົມສະຫວັນ

error: Content is protected !!