ວັນທີ 23 ເມສາ 2020 ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ມອບອຸປະກອນວີດີໂອການປະຊຸມທາງໄກ 1 ຊຸດ ໃຫ້ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ເພື່ອສະໜັບສະໜູນການຈັດກອງປະຊຸມທາງໄກທີ່ສຳຄັນໃນໄລຍະການແຜ່ລະບາດຂອງພະຍາດ COVID-19.

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ ກໍໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດຫົວເຫວີຍໃນການປະກອບສ່ວນຄັ້ງນີ້ ພ້ອມທັງສະແດງໃຫ້ເຫັນວ່າເຕັກໂນໂລຊີໄອຊີທີ ຈະມີຄວາມສຳຄັນຂຶ້ນເລື້ອຍໆໃນອະນາຄົດ ແລະ ຫວັງວ່າບໍລິສັດຫົວເຫວີຍຈະມີສ່ວນຮ່ວມໃນການສ້າງລາວດິຈິຕອລໃຫ້ເຂັ້ມແຂງ ແລະ ຫຼາຍຂຶ້ນເລື້ອຍໆ.
ບໍລິສັດຫົວເຫວີຍ ໃນຖານະທີ່ເປັນຜູ້ສະໜອງໂຊລູຊັ່ນ ແລະ ອຸປະກອນໄອຊີທີຊັ້ນແນວໜ້າຂອງໂລກ ຍັງໄດ້ມີສ່ວນຮ່ວມໃນການເຂົ້າເຖິງລະບົບວິດີໂອການປະຊຸມທາງໄກແບບຄົບວົງຈອນຂອງລັດຖະບານລາວ ເປັນຕົ້ນ ສຳນັກງານນາຍົກລັດຖະມົນຕີ ກະຊວງການເງິນ ກະຊວງສາທາລະນະສຸກ ໂຮງໝໍມິດຕະພາບ 150 ຕຽງ ແລະ ກະຊວງການຕ່າງປະເທດ ເພື່ອປັບປຸງປະສິດທິຜົນໂດຍລວມຂອງການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ທັງປະຢັດເວລາໃນການຕໍ່ສູ້ກັບພະຍາດດັ່ງກ່າວຂອງລັດຖະບານອີກດ້ວຍ.