ຫົວໜ້າໜ່ວຍງານງົບປະມານ-ພະລາທິການ ລົງກວດກາອຸປະກອນການແພດ ເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19

ວັນ​ທີ 24 ເມ­ສາ 2020 ທ່ານ ບຸນ​ໂຈມ ອຸ­ບົນ​ປະ­ເສີດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວ­ໜ້າ​ໜ່ວຍ​ງານ​ງົບ­ປະ­ມານ ແລະ ພະ­ລາ­ທິ­ການ ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ພ້ອມ​ດ້ວຍ​ຄະ­ນະ ໄດ້​ໄປ​ເຄື່ອນ​ໄຫວ​ເຮັດ​ວຽກ​ກວດ­ກາ​ເບິ່ງ​ອຸ­ປະ­ກອນ​ການ​ແພດ ແລະ ເຄື່ອງ​ຊ່ວຍ­ເຫຼືອ​ຕ່າງໆ​ທີ່​ສາງ​ພະ­ລາ­ທິ­ການ​ການ​ແພດ​ເຂດ​ດົງ​ໂພ​ສີ ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ໂດຍ​ຖືກ​ຕ້ອນ­ຮັບ​ຈາກ​ທ່ານ​ນາງ ມະ­ນີ​ສອນ ໄຊ​ຍະ​ເສນ ຫົວ­ໜ້າ​ຂະ­ແໜງ​ພະ­ລາ­ທິ­ການ​ການ​ແພດ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ.

ໂອ­ກາດ​ນີ້ ທ່ານ​ນາງ ມະ­ນີ​ສອນ ໄຊ​ຍະ​ເສນ ໄດ້​ລາຍ​ງານ​ກ່ຽວ​ກັບ​ອຸ­ປະ­ກອນ​ການ​ແພດ ແລະ ເຄື່ອງ​ຊ່ວຍ­ເຫຼືອ​ຕ່າງໆ ລະ­ບົບ​ສາງ​ຕົວ​ຈິງ​ທີ່​ໄດ້​ມີ​ການ​ເກັບ​ມ້ຽນ​ພາຍ​ໃນ​ສາງ ພ້ອມ​ທັງ​ສະ­ເໜີ​ລະ­ບົບ​ບັນ­ຊີ​ອອນ​ລາຍ ການ​ບັນ­ທຶກ​ການ​ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ຕ່າງໆ ເຊິ່ງ​ພາຍ​ໃນ​ສູນ​ດັ່ງ­ກ່າວ ປະ­ກອບ​ສາງ​ເກັບ​ມ້ຽນ​ອຸ­ປະ­ກອນ​ການ​ແພດ​ແບບ​ຫ້ອງ​ຕິດ​ຕັ້ງ​ເຄື່ອງ​ປັບ​ອາ­ກາດ ຫຼື ສາງ​ເຢັນ ແລະ ມີ​ສາງ​ເກັບ​ມ້ຽນ​ທຳ​ມະ​ດາ.

ໂອ­ກາດ​ດຽວ​ກັນ ທ່ານ ບຸນ​ໂຈມ ອຸ­ບົນ​ປະ­ເສີດ ໄດ້​ໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ການ​ລົງ​ມາ​ເຮັດ​ວຽກ​ຢູ່​ສູນ​ດັ່ງ­ກ່າວ​ນີ້ ເພື່ອ​ເປັນ​ການ​ກວດ­ກາ​ເບິ່ງ​ຕົວ​ຈິງ ບັນ­ດາ​ຂະ​ບວນ​ການ​ເກັບ​ຮັກ­ສາ​ອຸ­ປະ­ກອນ​ການ​ແພດ ແລະ ເຄື່ອງ​ຊ່ວຍ­ເຫຼືອ​ຕ່າງໆ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ພາກ­ສ່ວນ​ຕ່າງໆ ພ້ອມ​ທັງ​ຕິດ­ຕາມ​ລະ­ບົບ​ເອ​ເລັກ​ໂຕຣ​ນິກ​ໃນ​ການ​ຮັບ​ເອົາ​ເຄື່ອງ​ຊ່ວຍ­ເຫຼືອ​ຈາກ​ພາກ­ສ່ວນ​ຕ່າງໆ​ເຂົ້າ​ມາ​ໃນ​ສາງ ຂະ​ບວນ​ການ​ລົງ​ບັນ­ຊີ ການ​ຈັດ​ສັນ​ອຸ­ປະ­ກອນ​ແຕ່​ລະ​ປະ­ເພດ ເພື່ອ​ຮັບ­ປະ­ກັນ​ບໍ່​ໃຫ້​ຕົກ­ເຮ່ຍ​ເສຍ​ຫາຍ ທ່ວງ​ທັນ​ກັບ​ສະ­ພາບ​ການ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ສະ­ກັດ​ກັ້ນ ແລະ ຄວບ​ຄຸມ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຢູ່ ສປປ ລາວ.

ສຳ­ລັບ​ອຸ­ປະ­ກອນ​ການ​ແພດ ຈະ​ໄດ້​ມີ​ການ​ຈັດ​ສົ່ງ​ແຈກ​ຢາຍ​ໃຫ້​ບັນ­ດາ​ໂຮງ­ໝໍ​ເມືອງ ແຂວງ​ຕ່າງໆ​ທີ່​ມີ​ຄວາມ​ຕ້ອງ­ການ​ຕາມ​ແຜນ​ງານ​ຈຸດ​ສຸມ ພ້ອມ​ນັ້ນ ເພື່ອ​ລົງ​ເກັບ​ກຳ​ຈຳ­ນວນ​ເຄື່ອງ​ທີ່​ຍັງ​ຄ້າງ​ຢູ່​ສາງ ເຫັນ​ວ່າ​ອັນ​ໃດ​ມີ​ຄວາມ​ຈຳ­ເປັນ​ຢ່າງ​ຮີບ​ດ່ວນ​ໃນ​ການ​ຈັດ​ຊື້ ປັດ­ຈຸ­ບັນ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ໄດ້​ຕົກ­ລົງ​ແຕ່ງ­ຕັ້ງ​ຄະ­ນະ​ຈັດ​ຊື້-ຈັດ​ຈ້າງ ເພື່ອ​ຊື້​ອຸ­ປະ­ກອນ​ທາງ​ການ​ແພດ ເຂົ້າ​ມາ​ເພື່ອ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ວິດ-19 ຢູ່ ສປປ ລາວ ໃຫ້​ໝົດ​ໄປ.

error: Content is protected !!