ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິພົງສະຫວັນ ນຳເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ຫ້ອງການສາທາລະນະສຸກເມືອງລ້ອງຊານ ແຂວງໄຊສົມບູນ ເພື່ອ ຊ່ວຍເຫຼືອ ແລະ ສ້າງກຳລັງໃຈແກ່ພະນັກງານການແພດ ແລະ ໜ່ວຍສະເພາະກິດທີ່ປະຕິບັດໜ້າທີ່ໃນການປ້ອງກັນ ສະກັດກັ້ນ ແລະ ຄວບຄຸມພະຍາດ COVID-19 ທີ່ກຳລັງແຜ່ລະບາດເປັນວົງກວ້າງຢູ່ທົ່ວໂລກປະຈຸບັນ ແລະ ນັບມື້ຮຸນແຮງຂຶ້ນເລື້ອຍໆ.

ພິທີມອບ-ຮັບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກດັ່ງກ່າວ ຈັດຂຶ້ນວັນທີ 24 ເມສາ 2020 ຢູ່ເມືອງລ້ອງຊານ ເຊິ່ງມອບໂດຍທ່ານ ລາພອນ ແກ້ວບຸນຄົງ ຄະນະບໍລິຫານມູນນິທິພົງສະຫວັນ ພ້ອມດ້ວຍຄະນະ ແລະ ຮັບໂດຍທ່ານ ກອງພັນ ອຸໄລພອນ ຮອງເລຂາພັກເມືອງ ຫົວໜ້າສະ ເພາະກິດເມືອງລ້ອງຊານ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກທີ່ນຳມາມອບຄັ້ງນີ້ ລວມມີເຈວລ້າງມື 20 ຕຸກ ເຫຼົ້າ (75%) 50 ຕຸກ ຜ້າອັດປາກ-ດັງ 2500 ອັນ ເງິນ 1 ລ້ານກີບ ສະບູຂ້າເຊື້ອ 96 ກ້ອນ ໝີ່ສຳເລັດຮູບ 20 ແກັດ ແລະ ນົມແລັກຕາຊອຍ 3 ແກັດ ລວມມູນຄ່າ 10 ລ້ານກວ່າກີບ.