ວັນທີ 28 ກໍລະກົດ 2021 ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືການຊຳລະ ລະຫວ່າງ LVB DigiBank ຂອງທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ແລະ u-money ຂອງ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ໂດຍການລົງນາມຂອງທ່ານ ຟາມ ກ໋ວກ ກົ່ງ ຮອງຜູ້ອໍານວຍການໃຫຍ່ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈໍາກັດ (LaoVietBank) ເເລະ ທ່ານ ເຈິນ ມິງ ດຶກ ຮອງຜູ້ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ (u-money) ມີທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານເເຫ່ງ ສປປ ລາວ ທ່ານ ຫວຽນ ດຶກ ວູ ອໍານວຍການໃຫຍ່ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ທ່ານ ລິວ ແມງ ຮ່າ ຜູ້ອໍານວຍການ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ເເລະ ທັງເປັນຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາຣ ໂທລະຄົມ ຈໍາກັດ ພ້ອມດ້ວຍຄະນະພະແນກຂອງທະນາຄານ ຮ່ວມທຸລະກິດ ລາວ- ຫວຽດ ຈໍາກັດ ບໍລິສັດ ສະຕາ ຟີນເທັກ ແລະ ບໍລິສັດ ສະຕາ ໂທລະຄົມ ເຂົ້າຮ່ວມເປຫນສັກຂີພິຍານ.
ຈຸດປະສົງໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອນໍາໃຊ້ຮ່ວມກັນລະຫວ່າງເເອັບ LVB DigiBank ແລະ ແອັບ u-money ໝາຍຄວາມວ່າ ລູກຄ້າສາມາດເລືອກໄດ້ຫາກມີແອັບ LVB DigiBank ກໍສາມາດລ໋ອກອິນເຂົ້າ ແລະ ໃຫ້ເລືອກເຊື່ອມໂຍງບັນຊີ u-money ແລະ ບັນຊີທະນາຄາ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໄດ້ ໂດຍບໍ່ຕ້ອງລ໋ອກອິນເຂົ້າແອັບ u-money ເຊິ່ງຈະສ້າງຄວາມສະດວກໃນການນໍາໃຊ້ບໍລິການຫຼາຍຂຶ້ນ ສໍາລັບບັນຊີຂອງລູກຄ້າລະດັບອົງກອນຂອງທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ດ້ວຍເເອັບ LVB DigiBank ນອກນີ້ ຍັງສາມາດນໍາໃຊ້ໄດ້ຢ່າງງ່າຍດາຍດ້ວຍການຊຳລະ QR Code ຂອງທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ຄື: ລູກຄ້າ LVB DigiBank ກໍສາມາດໃຊ້ QR Code ຂອງ u-money ເພື່ອສະແກນຊໍາລະຄ່າບໍລິການຕາມຮ້ານທີ່ມີຈຸດໃຫ້ຊໍໍາລະຄິີວອາໂຄດຂອງທັງສອງພາກສ່ວນ ນອກນັ້ນ ຍັງອໍານວຍຄວາມສະດວກຫຼາຍແກ່ລູກຄ້າ ບໍ່ຕ້ອງເສຍເວລາໃນການລ໋ອກອິນເຂົ້າເເອັບຫຼາຍຄັ້ງ ເຮັດໃຫ້ລູກຄ້າສາມາດໂອນເງິນຫາຄອບຄົວ ຫຼື ຊໍາລະຄ່າຕ່າງໆໄດ້ຢ່າງວ່ອງໄວ ແລະ ປອດໄພ.
