ຢຶນກອດລູກທັງນໍ້າຕາ

ໂດຍ: ສ.ແສງງາມ

ເມື່ອຫວນຄືນໄປ 40 ກວ່າປີຫຼັງ ເຊິ່ງເປັນໄລຍະທີ່ປະເທດລາວເຮົາໄດ້ຮັບໄຊຊະນະ, ມີຄູຮັກ  ໜຶ່ງ ຝ່າຍຍິງຊື່ ບຸນຮຽງ ແລະ ຝ່າຍຊາຍຊື່ ປະເສີດ ທັງສອງສັນຍາກັນວ່າຈະຮັກກັນໄປຈົນແກ່ຈົນເຖົ້າ. ແຕ່ຍ້ອນສະພາບການບ້ານເມືອງໃນເວລານັ້ນຍັງສັບສົນ ເຮັດໃຫ້ທັງສອງໄດ້ພາກຈາກການ.

ບຸນຮຽງ ເປັນລູກຊາວນາ, ໃສຢູ່ບ້ານແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ລາວເປັນລູກຜູ້ທໍາອິດຂອງຄອບຄົວ ແຕ່ລະວັນຫຼັງຈາກເລີກຮຽນແລ້ວລາວຕ້ອງໄດ້ຊ່ວຍວຽກເຮືອນ ບໍ່ວ່າຈະເປັນຕັກນໍ້າ, ແຕ່ງຢູ່ຄົວກິນ ແລະ ເບິ່ງແຍງນ້ອງອີກ 5 ຄົນ ເວລາພໍ່ແມ່ຍັງບໍ່ທັນກັບຈາກນາ.

ບຸນຮຽງ ໄດ້ມີໂອກາດເຂົ້າຮຽນໃນຊັ້ນປະຖົມ, ຍ້ອນສະພາບການພັດທະນາການສຶກສາໃນເວ ລານັ້ນຍັງມີຄວາມຫຍຸ້ງຍາກ, ບວກກັບສະພາບຄອບຄົວທີ່ຂັດສົນ. ເຮັດໃຫ້ ບຸນຮຽງ ຈຶ່ງຮຽນຈົບແຕ່ຊັ້ນປະຖົມປີທີ 5, ແຕ່ຍ້ອນຫົວອົກຂອງພໍ່ແມ່ຢາກເຫັນລູກມີວິຊາອາຊີບທີ່ດີ ຈຶ່ງໄດ້ຄວັກເງິນທີ່ຄອບຄົວມີສົ່ງເສີມໃຫ້ ບຸນຮຽງ ໄປຮຽນພິມດີດ, ແລະ ລາວກໍໄດ້ຮຽນຈົນຈົບຕາມຄວາມມຸ່ງຫວັງຂອງຄອບຄົວ.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ບຸນຮຽງ ກໍໄດ້ພົບພໍ້ຊາຍຄົນໜຶ່ງຊື່ປະເສີດ, ປະເສີດ ເປັນລູກໃນຄອບຄົວທີ່ຖານະດີກວ່າ ລາວເປັນລູກອາຈານສອນ ພ້ອມນັ້ນຍັງມີເນື່ອທີ່ດິນກວ້າງໄວ້ເພື່ອເຮັດການກະເສດ, ດ້ວຍສະພາບຄອບຄົວທີ່ຂ້ອນຂ້າງດີ ເວລາຍັງໜຸ່ມນ້ອຍ ປະເສີດ ໄດ້ມີໂອກາດສຶກສາຮໍ່າຮຽນບ່ອນທີ່ດີ ໄດ້ຮຽນພາສາຕ່າງປະເທດ ພ້ອມນັ້ນຍັງໄດ້ຮັບການອຸປະກາລະຂອງເຈົ້ານາຍໃນສະໄໝນັ້ນ. ເຮັດໃຫ້ລາວມີສິ່ງອໍານວຍຄວາມສະດວກດ້ານຕ່າງໆຫຼາຍກວ່າຊາຍໜຸ່ມທົ່ວໄປ.

ພາຍຫຼັງທີ່ທັງສອງໄດ້ມາພົບພໍ້ກັນ ກໍໄດ້ລົມເປັນໝູ່ເປັນຄູ່ກັນ ຈາກຄວາມສໍາພັນທີ່ທັງສອງມີຕໍ່ກັນ, ເຮັດໃຫ້ຄວາມຮັກແພງໃນຖານະໝູ່ຄູ່ກາຍເປັນຄວາມຮັກເກີດຂຶ້ນລະຫວ່າງສອງຄົນ ຈົນເຮັດໃຫ້ເຂົາເຈົ້າທັງສອງຄົນໄດ້ພົບກັນໃນຖານະບ່າວສາວ ແລະ ໄດ້ສຶກສາເບິ່ງໃຈກັນເປັນເວລາດົນສົມຄວນ ກ່ອນທີ່ທັງສອງຄົນໄດ້ລົມກັນເພື່ອສ້າງຄອບຄົວນໍາກັນ.

ມື້ໜຶ່ງ ທັງສອງໄດ້ນັດລົມກັນໂດຍລໍາພັງ

ບຸນຮຽງ ເວົ້າວ່າ: ອ້າຍປະເສີດ ເຮົາໄດ້ລົມກັນໃນຖານະເປັນຄູ່ຮັກມາດົນແລ້ວ ພໍ່ແມ່ທັງນ້ອຍ ແລະ ອ້າຍ ຕາງກໍຮູ້ກັນດີ

ປະເສີດ ໄດ້ຍິນແລ້ວ ນັ່ງຊຶງໄປດົນເຕີບ ກ່ອນຕອບ ບຸນຮຽງ ອອກມາວ່າ: ພໍ່ແມ່ອ້າຍເພິ່ນກໍຖາມອ້າຍຢູ່ ວ່າເປັນແນວໃດ ຜູ້ສາວທີ່ລູກລົມຢູ່ຫັ້ນ ພໍສິເອົາເປັນເຮືອນເປັນຊານໄດ້ຢູ່ບໍ? ອ້າຍກໍຕອບເພິ່ນວ່າ ໄດ້ ແຕ່ພວກລູກທັງສອງຍັງບໍ່ທັນມີເງິນມີຄໍາເພື່ອຈັດງານໃຫ້ຖືກຕາມຮີດຕາມຄອງເທື່ອ.

ບຸນຮຽງ ເລີຍຕອບຂຶ້ນວ່າ: ແມ່ນເດ່ເນາະອ້າຍ ຖ້າເຮົາຈະເຮັດງານດອງ ໃຫ້ຖືກຕາມຮີດຄອງປະເພນີ ມັນຕ້ອງໄດ້ມີຄ່າໃຊ້ຈ່າຍສ່ວນໃດສ່ວນໜຶ່ງ.

ຫຼັງຈາກລົມກັນແລ້ວໃນມື້ນັ້ນ ທັງສອງກໍໄດ້ຕົກລົງກັນວ່າ ຕ້ອງໄດ້ພ້ອມກັນຫາ ແລ້ວອົດອອມ ເພື່ອບໍ່ຢາກໃຫ້ຕົກເປັນພາລະຂອງຜູ້ໃຫຍ່ຫຼາຍ ກ່ອນທັງສອງໄດ້ແຍກກັນກັບເຮືອນໃຜລາວ.

ຫຼັງຈາກນັ້ນທັງສອງຄົນກໍຕັ້ງໃຈຫາເງິນຕາມເງື່ອນໄຂ ແລະ ທ່າແຮງຂອງແຕ່ລະຄົນມີ, ຈົນໄດ້ສ່ວນໃດໜຶ່ງ. ເມື່ອເປັນແນວນັ້ນທັງສອງຄົນກໍໄດ້ມາລົມກັນອີກເທື່ອໜຶ່ງ ເຊິ່ງໃນເທື່ອນີ້ ປະເສີດ ເປັນຄົນເອີ່ຍປາກກ່ອນ.

ປະເສີດ ເວົ້າດ້ວຍນໍ້າສຽງທີ່ໜັກແໜ້ນວ່າ: ບຸນຮຽງ ເຮົາກໍໄດ້ລົມກັນມາດົນແລ້ວ ໄທບ້ານກໍຮູ້ວ່າເຮົາມັກຮັກກັນແລ້ວ ອ້າຍວ່າຈະບອກພໍ່ແມ່ໄປຂໍນ້ອງກັບພໍ່ແມ່ເດີ້.

ບຸນຮຽງ ໄດ້ຍິນຄືແນວນັ້ນ ກໍໄດ້ນັ່ງໜ້າແດງອ່ອນໆ ພ້ອມທັງຕອບດ້ວຍນໍ້າສຽງທີ່ເຂີນອາຍວ່າ: ກໍດີອ້າຍ ເພາະເຮົາໄປໃສມາໃສນໍາກັນມາດົນແລ້ວ ດຽວໄທບ້ານຈະເບິ່ງບໍ່ງາມ, ແຕ່ນ້ອງຕ້ອງໄດ້ໄປບອກກັບພໍ່ແມ່ນ້ອງກ່ອນ.

ປະເສີດ ໄດ້ຕອບວ່າ: ຊັ້ນນ້ອງໄປລົມກັບພໍ່ແມ່ນ້ອງ, ສ່ວນພໍ່ແມ່ອ້າຍນັ້ນ ອ້າຍຄິດວ່າເພິ່ນຄົງຈະບໍ່ມີບັນຫາ.

ຫຼັງຈາກນັ້ນທັງສອງກັນແຍກທາງກັນກັບເຮືອນ.

ໃນຕອນຄໍ່າຂອງມື້ນັ້ນ ຫຼັງຄາບເຂົ້າງາຍທີ່ເຮືອນຂອງ ບຸນຮຽງ ພໍ່ແມ່ ກໍໄດ້ນັ່ງພັກຜ່ອນປົກກະຕິພາສາຂອງຄົນໃນສະໄໝນັ້ນ ບຸນຮຽງ ກໍໄດ້ຖືໂອກາດນີ້ລົມກັບພໍ່ແມ່ກ່ຽວກັບເລື່ອງຂອງທັງສອງຄົນ.

ບຸນຮຽງ: ພໍ່ແມ່ເອີ້ຍ ລູກມີເລື່ອງຢາກປຶກສາ.

ພໍ່: ມີຫຍັງບໍລູກ ສົງໃສແມ່ນເລື່ອງໃຫຍ່ ແມ່ມຶງເອີ້ຍ ຈັກປີຈັກຊາດບໍ່ເຫັນລູກມາປຶກສາ.

ແມ່:​ ພໍ່ມຶງ ເຈົ້າກໍຢ່າເວົ້າໃຫ້ລູກແນວນັ້ນ, ລູກມີິຫຍັງສິປຶກສາພໍ່ກັບແມ່ ບຸນຮຽງ.

ບຸນຮຽງ: ພໍ່ເອີ້ຍ ແມ່ເອີ້ຍ ແຟນລູກ ອ້າຍເສີດ ລາວບອກວ່າຈະໃຫ້ພໍ່ແມ່ມາຂໍລູກ.

ເມື່ອພໍແມ່ໄດ້ຍິນເຮັດໃຫ້ສະຖານະການເວລານັ້ນ ມິດງຽບ ໄດ້ຍິນແຕ່ສຽງຈີ່ລໍ່ ຈີ່ນາຍ ທີ່ຮ້ອງຕາມປົກກະຕິຂອງມັນ.

ຄາວໜຶ່ງ ພໍເລີຍຕອບວ່າ: ລູກຄິດດີແລ້ວບໍ ຄອບຄົວເຮົາກັບເພິ່ນທັນແຕກຕ່າງກັນໄດ໋ລູກ.

ຜູ້ເປັນແມ່ ກໍາລັງນັ່ງຕັກເຂົ້າສານໃສ່ໂອເພື່ອກຽມມາໄວ້ໜຶ້ງປັ້ນເຊົ້າເລີຍເອີ້ນມາໃສ່ວ່າ: ການທີ່ຈະເປັນຄອບເປັນຄົວ ຕ້ອງໄດ້ເບິ່ງໃຈກັນດົນໄດ໋ລູກ.

ບຸນຮຽງ ຕອບວ່າ: ພວກລູກກໍລົມກັນມາດົນແລ້ວ ແລະ ກໍເຄີຍລົມກັນເຖິງເລື່ອງນີ້ຶແລ້ວ.

ພໍ່: ພໍ່ແມ່ ບໍ່ໄດ້ຫ້າມຫຍັງດອກ ແຕ່ການທີ່ເປັນຄອບເປັນຄົວ ມັນມີພາລະຫຼາຍຢ່າງຕ້ອງຮັບຜິດຊອບ ພໍ່ຫັ້ນຢາກໃຫ້ພວກລູກຫັ້ນມີເງິນມີຄໍາຈັກໜ້ອຍກ່ອນ ເພາະຄອບຄົວເຮົາເງິນຄໍາກໍບໍ່ມີ ຊ່ວຍໄດ້ກໍສ່ວນໃດໜຶ່ງເທົ່ານັ້ນ ໄດ໋ລູກ.

ບຸນຮຽງ: ກ່ອນໜ້ານີ້ ພວກລູກກໍໄດ້ພາກັນກາ ກັນທ້ອນ ກໍມີເງິນສ່ວນໃດສ່ວນໜຶ່ງເພື່ອເຮັດບາສີສູ່ຂວັນນ້ອຍໆຕາມຮີດຄອງປະເພນີ ອີກຢ່າງໜຶ່ງ ອ້າຍປະເສີດ ກໍຈະໄດ້ລົມກັບພໍ່ແມ່ຕື່ມອີກ.

ແມ່: ບຸນຮຽງ ໃນເມື່ອລູກໄດ້ລົມກັນ ແລະ ໄດ້ຕັດສິນໃຈແລ້ວ ພໍ່ແມ່ກໍຈະລົມກັນຜູ້ໃຫຍ່ຝ່າຍເຮົາກ່ອນ ແລ້ວຈຶ່ງນັດພໍ່ແມ່ຝ່າຍຊາຍມາລົມກັນອີກເທື່ອໜຶ່ງ.

ຮຸ່ງເຊົ້າມື້ຕໍ່ມາ ພໍ່ແມ່ຂອງບຸນຮຽງ ກໍໄດ້ໄປປຶກສາກັບຍາດຕິພີ່ນ້ອງ ເຊິ່ງຍາດຕິພີ່ນ້ອງແຕ່ລະຄົນກໍເຫັນດີ ເພາະເຂົາເຈົ້າທັງສອງຄົນກໍລົມກັນມາດົນ ອາຍຸພວກເຂົາກໍຊໍ່ານີແລ້ວ ໃຫ້ເຂົາເປັນຝັ່ງເປັນຝາເປັນຄອບເປັນຄົວສາ.

ໃນເມື່ອໄດ້ຍີນຄໍາຕອບຄືແນວນັ້ນ ສອງຕູ້ ກໍໄດ້ພາກັນໄປນາຕາມປົກກະຕິ ພໍຕົກງາຍມາ ຜູ້ເປັນແມ່ກໍໄດ້ຮ້ອງ ບຸນຮຽງ ມາລົມກັນອີກເທື່ອໜຶ່ງ.

ແມ່: ບຸນຮຽງ ພໍ່ກັບແມ່ ໄດ້ລົມກັບພີ່ນ້ອງຝ່າຍເຮົາແລ້ວ ເຂົາເຈົ້າກໍວ່າດີແລ້ວ ລູກຕັດສິນໃຈຢາກເປັນຝັ່ງເປັນຝາ ເມື່ອເປັນແນວນັ້ນ ພໍ່ກັບແມ່ ຢາກໃຫ້ລູກບອກ ປະເສີດ ໃຫ້ລົມຜູ້ໃຫຍ່ທາງລາວເພື່ອມາລົມກັນໃຫ້ຕົກແຕກສາ.

ບຸນຮຽງ: ໂດຍແມ່, ມື້ອື່ນເຊົ້າລູກຈະໄປສົ່ງຂ່າວໃຫ້ລາວຮູ້.

ມື້ຕໍ່ມາຫຼັງຈາກທີ່ ປະເສີດ ໄດ້ຮັບຂ່າວຈາກ ບຸນຮຽງ, ປະເສີດ ກໍໄດ້ຟ້າວໄປບອກກັບພໍ່ແມ່ເພື່ອກຽມໄປລົມກັບຝ່າຍຍິງ.

ປະເສີດ: ພໍ່ແມ່ ດຽວນີ້ ຜູ້ໃຫຍ່ທາງ ບຸນຮຽງ ເພິ່ນຢາກໃຫ້ຜູ້ໃຫຍ່ທາງເຮົາໄປລົມກັນ

ພໍ່: ເລື່ອງຫຍັງລະລູກ?

ປະເສີດ: ເພິ່ນຢາກໃຫ້ໄປຂໍ ບຸນຮຽງ.

ພໍ່:​ ມືໃດລະ?

ປະເສີດ: ຂຶ້ນກັບຝ່າຍເຮົາ ຖ້າພ້ອມລະນັດມື້ໄປເລີຍ.

ພໍ່:​ ດຽວເດີພໍ່ໄລ່ເບິ່ງກ່ອນ………..ເອົາທິດໜ້າເດີ້ ບອກ ບຸນຮຽງສາ

ອາທິດໜຶ່ງຜ່ານໄປ ຜູ້ເຖົ້າຜູ້ແກ່ຂອງທັງສອງຝ່າຍ ກໍໄດ້ມາພໍກັນທີ່ເຮືອນຂອງບຸນຮຽງ ທັງສອງຝ່າຍໄດ້ລົມກັນ ແລະ ຕົກລົງເຫັນດີກ່ຽວກັບຄ່າແກ່ວຄ່າດອງ ຕູແອ ຜູ້ເຖົ້າຝ່າຍບຸນຮຽງ ເລີຍສະເໜີອອກໄປວ່າ: ເມື່ອທັງສອງຝ່າຍເຫັນດີແລ້ວ ເປັນຫຍັງບໍ່ໄປເອີ້ນນາຍບ້ານມາເຮັດບົດບັນທຶກເລີຍ.

ຫຼັງຈາກນັ້ນທັງສອງຝ່າຍກໍໄດ້ເຫັນດີເອີ້ນນາຍບ້ານມາເຮັດບົດບັນທຶກ ແລະ ນັດມື້ນັດວັນ ເພື່ອຈັດພິທີໃຫ້ຖືກຕາມຮີດຄອງປະເພນີ.

ພາຍຫຼັງທີ່ທັງສອງໄດ້ສ້າງຄອບຄົວເປັນຝັ່ງເປັນຝາ ບຸນຮຽງ ໃນນາມເປັນໄພ້ ກໍໄດ້ອອກຈາກເຮືອນຕົນເອງ ໄປຢູ່ເຮືອນພໍ່ປູ່ເຮືອນແມ່ຍ່າ ກ່ອນລົງເຮືອນໄປ ແມ່ຂອງບຸນຮຽງເວົ້າກັບທັງສອງວ່າ: ພວກລູກທັງສອງບໍ່ວ່າຈະທຸກຈະຈົນເທົ່າໃດ ໃຫ້ລູກທັງສອງອົດທົນ ຢ່າຖິ້ມຢ່າປະກັນ ໃຫ້ສົມກັບທີ່ພວກເຈົ້າຕັດສິນຮັກກັນ ແລະ ມາຢູ່ນໍາກັນເດີ້. ເມື່ອແມ່ເວົ້າຈົບ ບຸນຮຽງ ກັບຜົວ ກໍອວ່າຍຫຼັງໃສ່ພໍ່ກັບແມ່ ແລະ ຍ່າງລົງເຮືອນໄປ.

ໃນໄລຍະຕົ້ນຂອງຊີວິດຄູ່ເຫັນວ່າທຸກສິ່ງທຸກຢ່າງກໍເປັນສິ່ງທີ່ດີທີ່ສວາມງາມໄປໝົດ ຄອບຄົວພໍ່ແມ່ຜົວຕາງກໍຮັກຫອມກັບລຸກໄພ້ ນ້ອງໄພ້ ແລະ ເອື້ອຍໄພ້ ສ່ວນຜູ້ເປັນຜົວຕາງກໍຕັ້ງໜ້າຕັ້ງຕາຊອກຫາເງິນເພື່ອຫາລ້ຽງຄອບຄົວ ແລະ ອີກໜຶ່ງປີຜ່ານໄປ ລູກຜູ້ທີໜຶ່ງຂອງທັງສອງກໍໄດ້ເກີດມາ ເປັນເພດຊາຍ ທັງສອງພ້ອມຍາດຕິພີ່ນ້ອງຕາງກໍດີໃຈທີ່ໄດ້ມີສະມາຊິກໃນຄອບຄົວເພີ່ມຂຶ້ນ ເຊິ່ງລູກຜູ້ທໍາອິດໃສ່ຊື່ວ່າ ກ້ຽງ ແລະ ຊີວິດຜູ້ຂອງທັງສອງກໍດໍາເນີນໄປຢ່າງປົກກະຕິ ອີກສອງປີຕໍ່ມາ ລູກຜູ້ທີສອງໄດ້ເກີດມາ ໃສ່ຊື່ວ່າ: ກ້ອນ ເມື່ອສະມາຊິກພາຍໃນຄອບຄົວເພີ່ມຂຶ້ນ ຜູ້ເປັນພໍ່ກໍຕ້ອງເພີ່ມຄວາມຮັບຜິດຊອບຂຶ້ນ ເຮັດໃຫ້ຕ້ອງໄດ້ເຮັດວຽກຫຼາຍຂຶ້ນ ເວລາຢູ່ກັບຄອບຄົວກໍໜ້ອຍລົງ.

ເມື່ອສະພາບການເປັນຄືແນວນັ້ນ ບຸນຮຽງ ກໍຢາກຊ່ວຍຜູ້ເປັນຜົວໃນການຫາເງິນລ້ຽງຄອບຄົວ ຈຶ່ງໄດ້ຕັດສິນໃຈລ້ຽງໝູ ແຕ່ກໍຖືກກີີດກັນຈາກຜູ້ເປັນອາ (ນ້ອງຜົວ) ຍ້ອນອິດສາ ບຸນຮຽງ ທີ່ຫຼາຍໆຄົນໄດ້ຮັກຫອມລາວ ຈົນເຮັດໃຫ້ຜູ້ເປັນອາເກີດຄວາມຄຽດຊັງ ຈຶ່ງເກີດມີປາກມີສຽງກັນ ໝໍ້ຊາມທີ່ໃຊ້ເພື່ອຕົ້ມເຂົ້າໝູ ຖຶກນ້ອງຫົວຊັບກົ້ນຊອດໝົດ. ຈົນເຮັດໃຫ້ບຸນຮຽງອົດບໍ່ໄດ້ ຈຶ່ງໄດ້ພາລູກທັງສອງຍ່າງກັບເຮືອນຂອງຕົນໄປ ເມື່ອໄປເຖິງ ແມ່ຖາມວ່າ: ບຸນຮຽງ ເປັນແນວໃດລູກ ຄືພາຫຼາຍແມ່ທັງສອງຄົນຍ່າງມາໃກແທ້.

ບຸນຮຽງ: ບໍ່ໃກດອກແມ່ ບ້ານຢູ່ຕິດດັນເທົ່ານີ້.

ແມ່: ເປັນແນວໃດ ສີໜ້າລູກຄືເປັນແນວນັ້ນ.

ບຸນຮຽງ: ມີເລື່ອງໜ້ອຍໜຶ່ງ,​ ເຊົ້ານີ້ ອາເຮົາເອົາພ້າໄປຊັໍບກົ້ນໝໍ້ ກົ້ນຊາມ ເຂົ້າໝູເຮົາຈົນຊອດໝົດ.

ແມ່: ອ້າວ! ມັນເປັນບ້າຫວາ ໄປຊັບເຮັດຫຍັງລະ.

ບຸນຮຽງ: ຈັກມັນ.

ແມ່: ພໍ່ເດັກນ້ອຍນັ້ນບໍ່ວ່າແນວໃດຫວາ.

ບຸນຮຽງ: ສິວ່າຫຍັງ ເກີດອີ່ຫຍັງຂຶ້ນຢູ່ເຮືອນລາວກໍບໍ່ຮູ້ດອກ ເພາະໄປເຊົ້າ ມາກໍເດິກ ປ່ອຍລູກເມຍເກັບຜັກເກັບຫຍ້າກີນຢູ່ເຮືອນຫັ້ນລະ.

ແມ່: ຢ່າງໃດກໍອົດເອົາເດີ້ລູກ.

ບຸນຮຽງ: ກໍໄດ້ອົດເອົາຫັ້ນລະແມ່ ເພາະອີ່ໂຕນລູກຕາດໍາໆທັງສອງຄົນນິລະ ຢ່າງໃດກໍຍ່າລະ ພວກລູກກັບກ່ອນເດີ້ ຢ້ານມັນຄໍ່າ.

ເບິ່ງແລ້ວບັນຫາໃນຊີວິດຄູ່ຂອງທັງສອງ ຄົງຈະບໍ່ສິ້ນສຸດເທົ່ານີ້ ກ້າວສູ່ຕົ້ນຊຸມປີ 1980 ຍັງເປັນໄລຍະທີ່ປະຊາຊົນຊາວນະຄອນຫຼວງວຽງຈັນບາງຈໍານວນໄດ້ໂຕນຂ້າມຳຟາກຂອງເພື່ອຫວັງໄປປະເທດທີ 3 ໃນນັ້ນກໍສີ ປະເສີດ ທີ່ໄດ້ໂຕນຂ້າມຟາກຕາມການຊັກຊວນຂອງໝູ່ ໂດຍບໍ່ໄດ້ບອກໄດ້ກ່າວລູກກັບເມຍ.

ເມື່ອຜູ້ເປັນເມຍໄດ້ຍິນຂ່າວ ຄວາມຫວັງທີ່ຈະຢູ່ນໍາກັນໄປຈົນແກ່ຈົນເຖົ້າກໍເລີ່ມທົດຖອຍ ເພາະຄົນທີ່ເຄີຍບອກວ່າຈະຢູ່ນໍາກັນຕະຫຼອດໄປນັ້ນ ໄດ້ຂ້າມນໍ້າຂອງລໍຖ້າໄປປະເທດທີ 3 ບຸນຮຽງ ໄດ້ອູ້ມລູກນ້ອຍທັງສອງ ຍ່າງກັບເມືອເຮືອນຫາພໍ່ແມ່ ແລະ ນ້ອງນຸ່ງ ທີ່ເປີດໂອບກອດລູກສາວ ເອື້ອຍ ແລະ ຫຼານທັງສອງ.

ເມື່ອ ບຸນຮຽງ ຮອດເຮືອນ ຄໍາເວົ້າທີ່ໄດ້ຍິນອອກຈາກປາກຂອງແມ່ກໍຄື ບໍ່ເຫັນຫຍັງລູກເອີ້ຍ ກັບມາຢູ່ເຮືອນຢູ່ຊານນໍາພໍ່ແມ່ນິລະ ຫຼານຫັ້ນພໍ່ແມ່ຈະຊ່ວຍລ້ຽງດອກ.

ບຸນຮຽງ ບໍ່ຕອບຫຍັງ ບວກກັບສາຍຕາຂອງບັນດານ້ອງສາວທີ່ຢືນເບິ່ງເອື້ອຍດ້ວຍຄວາມເຫັນໃຈ.

ພໍເມື່ອບຸນຮຽງ ເລີ່ມລືມເລື່ອງດັ່ງກ່າວ ຢູ່ດີກໍມີຄົນມາສົ່ງມາບອກບຸນຮຽນວ່າ ປະເສີດ ລໍຖ້າເມຍກັບລູກໄປຫາ ເພື່ອໄປຢູ່ປະເທດນໍາກັນ ບຸນຮຽງ ຮູ້ສຶກດີໃຈ ຈຶ່ງໄດ້ໄປຫາພໍ່ປູ່ແລ້ວຖາມວ່າ

ບຸນຮຽງ: ພໍ່ ລູກໄດ້ຍິນວ່າ ອ້າຍປະເສີດ ຖ້າລູກຢູ່ຝັ່ງນັ້ນ ແລ້ວຢາກໃຫ້ລູກກັບລູກທັງສອງຄົນໄປຫາ.

ພໍ່ປູ່: ແມ່ນລະບໍ ບຸນຮຽງ.

ຫຼັງຈາກນັ້ນພໍ່ປູ່ກໍແນະນໍາໃຫ້ ບຸນຮຽງ ໂດຍນັດມື້ນັດວັນ ນັດຈຸດ ວ່າຈະມີຄົນມາຮັບບຸນຮຽງ ພ້ອມລູກອີກສອງຄົນໄປສົ່ງຫາ ປະເສີດ.

ເມື່ອເຖິງມື້ນັດໝາຍ ບຸນຮຽງ ພ້ອມລູກອີກສອງຄົນ ໄດ້ຂີ່ລົດຖີບອອກເດີນທາງໄປຫາຈຸດທີ່ນັດກັນໄວ້ ພໍໄປເຖິງກໍມີຄົນບອກວ່າ ປະເສີດ ໄດ້້້ເດີນທາງໄປປະເທດທີ 3 ແລ້ວ ພ້ອມຍັງໄດ້ຍິນຂ່າວວ່າ ການເດີນທາງຂອງ ປະເສີດ ໄປປະເທດທີ 3 ແມ່ນມີຍິງສາວອີກຄົນໜຶ່ງເດີນທາງໄປນໍາ.

ຈາກທີ່ມີຫວັງຂຶ້ນມາວ່າ ຜູ້ເປັນຜົວຈະເອົາຕົນກັບລູກໄປນໍາ ຄວາມຫວັງນັ້ນກໍເປັນສູນ ເມື່ອໄດ້ຍິນຂ່າວຄືແນວນັ້ນ ສາມແມ່ລູກກໍໄດ້ຢືນກອດກັນພ້ອມນໍ້າຕາ ກ່ອນອວ່າຍໜ້າລົດກັບເຮືອນພ້ອມກັບນໍ້າຕາຫຸ້ມປໍ້ສອງເບົາຕາ ຖີບລົດໄປພ້ອມຕອບຄໍາຖາມຂອງລູກຊາຍ ກ້ຽງ ທີ່ນັ່ງຢູ່ແຢ່ງຫຼັງຂອງລົດຖີບ

ກ້ຽງ: ແມ່ ອີ່ພໍ່ໄປໃສ.

ແມ່: ພໍ່ໄປວຽກລູກ.

ສ່ວນລູກຊາຍນ້ອຍ ກ້ອນ ທີ່ແມ່ເກ່ຍດ້ວຍຜ້າແຜອີ່ໂປ້ຢູ່ນັ້ນ ກໍໄດ້ແຕ່ແຫງນເບິ່ງນໍ້າຕາແມ່ໄຫຼອອກຈາກສອງເບົ້າຕາດ້ວຍຄວາມໄຮ້ດຽງສາ.

ເມື່ອຊີວິດຄູ່ທີ່ ບຸນຮຽງ ຄາດຫວັງ ໄດ້ສິ້ນສຸດໄປ ກໍາລັງໃຈທີ່ມີກໍຄືດວງໃຈທັງສອງໜ່ວຍ ແລະ ຄອບຄົວພໍ່ແມ່ ແລະ ນ້ອງສາວ ນ້ອງຊາຍ ເຮັດໃຫ້ ບຸນຮຽງ ໄດ້ເລີ່ມຊີວິດໃໝ່ ເປັນທັງພໍ່ເປັນທັງແມ່ໃນຄົນໆດຽວ ຫາເງິນສົ່ງລູກເຂົ້າສຶກສາຮໍ່າຮຽນ.

(ຈົບ)

error: Content is protected !!