ສ ອາເມຣິກາ ມອບເງິນສະໜັບສະໜູນ 700.000 ໂດລາສະຫະລັດ ແກ່ອົງການສາກົນບໍລິການປະຊາຊົນ (PSILao) ໃນການສະໜັບສະໜູນກະຊວງສາທາລະນະສຸກ ກົມຄວບຄຸມພະຍາດຕິດຕໍ່ ແລະ ສູູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ (CMPE) ຜ່ານອົງການພັດທະນາສາກົນ ສ ອາເມຣິກາ (USAID) ແລະ ໂຄງການ U.S. President’s Malaria Initiative (PMI) ເພື່ອນໍາໃຊ້ໃນວຽກງານສ້າງຄວາມເຂັ້ມ ແຂງໃນການເຝົ້າລະວັງເພື່ອກ້າວສູ່ການກໍາຈັດໄຂ້ມາລາເຣຍ ໃນ ສປປ ລາວ ພາຍໃຕ້ໂຄງການ Impact malaria ໃນ ສປປ ລາວ ແຕ່ປີ 2021-2023.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການດັ່ງກ່າວ ຈັດຂຶ້ນວັນທີ 28 ກໍລະກົດ 2021 ຢູ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ວຽງສະໄໝ ວົງຄຳຊາວ ຜູ້ອຳນວຍການອົງການ PSI Laos ມີທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ Michael Ronning ຜູ້ຕາງໜ້າໂຄງການ PMI ແລະ ອົງການ USAID ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເປົ້າໝາຍຂອງໂຄງການຮ່ວມມື ເພື່ອເພີ່ມຄວາມເຂັ້ມແຂງໃຫ້ວຽກງານເຝົ້າລະວັງພະຍາດໄຂ້ມາລາເຣຍ ທີ່ຢູ່ໃນສະ ຖານທີ່ໃຫ້ບໍລິການສາທາລະນະສຸກ ແລະ ພະນັກງານໃຫ້ບໍລິການດ້ານສາທາລະນະສຸກທຸກ ຂັ້ນ ໂຄງການດັ່ງກ່າວ ຍັງມີ ຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ໂຄງການໄຂ້ມາລາເຣຍແຫ່ງຊາດ ໂດຍມອບໃຫ້ອົງການ PSILAO ເປັນຂົວຕໍ່ດ້ານວິຊາ ການ ປະສານຮ່ວມມືກັບ CMPE ເພື່ອເຝິກອົບຮົມ ປະເມີນຍຸດທະສາດການກໍາຈັດໄຂ້ມາລາເຣຍ ການຮັບມືຕອບໂຕ້ 1-3-7 ດໍາເນີນການວິເຄາະດ້ານຂໍ້ມູນ ສືບສວນ-ສອບສວນກໍລະນີ ແລະ ນໍາໃຊ້ຂໍ້ມູນໃນການຕັດສິນໃຈ ເພື່ອເສີມຂະຫຍາຍວິ ທີການກໍາຈັດພະຍາດໄຂ້ມາລາເຣຍຢ່າງມີປະສິດທິຜົນໃນຕໍ່ໜ້າ ຈາກຜົນງານທີ່ຜ່ານມາ ທີ່ປະຕິບັດໂດຍ PMI ຜ່ານ USAID ໄດ້ສະແດງໃຫ້ເຫັນຄວາມມຸ້ງຫວັງທີ່ດີຂອງ ສ ອາເມຣິກາ ທີ່ມີຕໍ່ ສປປ ລາວ ແລະ ການສະໜັບສະໜູນຈາກ ສ ອາເມລິກາ ໃນການຕໍ່ສູ້ກັບພະຍາດທີ່ມີຍຸງເປັນພະຫະນະນຳເຊື້ອ ໃນຂົງເຂດອາຊີຕາເວັນອອກສຽງໃຕ້.
# ຂ່າວ & ພາບ: ສະບາໄພ