ສະມາຄົມໂຮງແຮມ ແລະ ຮ້ານອາຫານນະຄອນຫຼວງວຽງຈັນ ຮ່ວມກັບພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ແລະ ອົງການສະວິດຄອນແທັກ ຈັດເຝີກອົບຮົມການບໍລິການອາຫານ ແລະ ເຄື່ອງດື່ມໃຫ້ພະນັກງານໂຮງແຮມ ເຮືອນພັກ ແລະ ຮ້ານອາຫານໃນ ນວ ຂຶ້ນວັນທີ 29-30 ກໍລະກົດ 2021 ຢູ່ຮ້ານອາຫານ ປະຕູໄຊ ຄາເຟ່ ເມືອງຈັນທະບູລີ ນວ ໂດຍມີທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານ ນວ ທ່ານ ໄມໂຄ ຟິງ ຜູ້ອຳນວຍການອົງການສະວິດຄອນແທັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ເປັນການອົບຮົມຂັ້ນພື້ນຖານອາຊີບໃຫ້ກັບພະນັກງານໂຮງແຮມ ເຮືອນພັກ ແລະ ຮ້ານອາຫານ ເປັນການເສີມສ້າງທັກສະຂະແໜງການບໍລິການອາຫານ ເຄື່ອງດື່ມ ແລະ ບາເທັນເດີ ໂດຍສະເພາະການປະສົມເຄື່ອງດື່ມຄ໋ອກເທວໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນ ເຊິ່ງສຳມະນາກອນທັງ 17 ຄົນ ທີ່ເຮັດວຽກກ່ຽວກັບການບໍລິການດັ່ງກ່າວທີ່ເຂົ້າຮ່ວມ ຈະໄດ້ຮຽນຮູ້ ແລະ ເຂົ້າໃຈສິ່ງສຳຄັນຕ່າງໆກ່ຽວກັບການບໍລິການໃນໂຮງແຮມ ເຮືອນພັກ ແລະ ຮ້ານອາຫານ ເປັນຕົ້ນ ຄວາມຮູ້ພື້ນຖານ ແລະ ຄວາມປອດໄພກ່ຽວກັບໂຄວິດ-19 ເຕັກນິກການບໍລິການ ຈັນຍາບັນໃນການເຮັດວຽກ ຄວາມຮູ້ກ່ຽວກັບເມນູ ແລະ ລາຍການເມນູແນະນຳເພື່ອຂາຍສິນຄ້າ ແລະ ສ້າງຍອດຂາຍ ຄວາມຮູ້ກ່ຽວກັບການຈັດໂຕະອາຫານທ່ຽງ ແລະ ອາຫານຄໍ່າ ຂັ້ນຕອນໃນການຮັບອໍເດີ ການເສີມອາຫານທົ່ວໄປ ອຸປະກອນນໍາໃຊ້ພາຍໃນບາທີ່ເປັນພື້ນຖານ ລວມທັງການປະສົມເຫຼົ້າຄ໋ອກເທວປະເພດຕ່າງໆ ແລະ ອື່ນໆ ທັງນີ້ເພື່ອແນໃສ່ພະນັກງານໂຮງແຮມ ເຮືອນພັກ ແລະ ຮ້ານອາຫານຂອງ ນວ ນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມປະທັບໃຈໃຫ້ກັບລູກຄ້າທີ່ເຂົ້າມາໃຊ້ບໍລິການຂອງຕົນໃຫ້ຫຼາຍຂຶ້ນ.

# ຂ່າວ & ພາບ: ລັດເວລາ