ວັນທີ 22 ເມສາ 2020 ຢູ່ໂຮງໝໍແຂວງສະຫວັນນະເຂດ ໄດ້ມີພິທີມອບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກໃຫ້ໂຮງໝໍແຂວງດັ່ງກ່າວ ເພື່ອຊ່ວຍເຫຼືອ ແລະ ສ້າງກຳລັງໃຈແກ່ພະນັກງານແພດທີ່ປະຕິບັດໜ້າທີ່ປ້ອງກັນ ສະກັດກັ້ນ ແລະ ຄວບຄຸມພະຍາດ COVID-19 ທີ່ກຳລັງແຜ່ລະບາດເປັນວົງກວ້າງຢູ່ທົ່ວໂລກໃນປັດຈຸບັນ ແລະ ນັບມື້ຮຸນແຮງຂຶ້ນເລື້ອຍໆ.

ຕາງໜ້າໃຫ້ສູນກາງແນວລາວສ້າງຊາດ ມອບໂດຍທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສ້າງຊາດແຂວງສະຫວັນນະເຂດ ທ່ານ ຟອງສະໝຸດ ໃສຈັນດີ ຄະນະບໍລິຫານມູນນິທິພົງສະຫວັນ ພ້ອມດ້ວຍຄະນະ ແລະ ຮັບໂດຍ ດຣ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສຳລັບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ທີ່ນຳມາມອບຄັ້ງນີ້ ລວມມີເຄື່ອງວັດແທກຄວາມດັນເລືອດ 20 ເຄື່ອງ ເຄື່ອງວັດແທກອຸນຫະພູມ 20 ເຄື່ອງ ເຕັ່ນ (ຂະໜາດ 3×3 ມ) 8 ອັນ ຊຸດນຸ່ງຂອງແພດ (ເສື້ອ+ໂສ້ງ) 100 ຊຸດ ໝວກເຈ້ຍ 20 ກ່ອງ ໂສບຫໍ່ເກີບ 20 ກ່ອງ ຜ້າອັດປາກ-ດັງ 20 ກ່ອງ ແລະ ຖົງມື 20 ກ່ອງ ລວມມູນຄ່າທັງໝົດ 51.614.000 ກີບ.