ສ້າງຄວາມເຂັ້ມແຂງວຽກງານກວດກາສິນຄ້າ

    ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ (ນວ) ຈັດສໍາມະນາດ້ານວິຊາການໃນຫົວຂໍ້ “ໂຄງການເຝິກອົບຮົມວຽກງານການຄ້າຂັ້ນ ນວ” ວັນທີ 29-30 ກໍລະກົດ 2021 ທີ່ພະແນກດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ແລະ ທ່ານ ສູນທອນ ຈັນທິລາດ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຫົວໜ້າພະແນກການກົມການຄ້າພາຍໃນ ຫ້ອງການ ຂະແໜງການ ຫົວໜ້າຂະແໜງການພາຍໃນພະແນກ ຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ ແລະ ພະນັກງານກວດກາການຄ້າເຂົ້າຮ່ວມ.

    ການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານກວດກາການຄ້າ ແມ່ນມີຄວາມຈໍາເປັນທີ່ສຸດ ແລະ ຈະຕ້ອງເຮັດຢ່າງຕໍ່ເນື່ອງ ເພື່ອສ້າງໃຫ້ມີຄວາມຊໍານິຊໍານານໃນວຽກງານກວດກາການຄ້າ ເຊິ່ງເນື້ອໃນການສໍາມະນາປະກອບມີ ເອກະສານຄຸນທາດການເມືອງຂອງພະນັກງານກວດກາການຄ້າ ການນໍາໃຊ້ 9 ແບບຟອມເຂົ້າໃນວຽກງານກວດກາການຄ້າ ເຕັກນິການກວດຄົ້ນລົດຂົນສົ່ງສິນຄ້າ ບໍລິສັດ ຮ້ານຄ້າ ແລະ ເຄຫາສະຖານ ການດໍາເນີນຄະດີອາຍາໃນຂັ້ນຕອນຂອງເຈົ້າໜ້າທີ່ສືບສວນ-ສອບສວນ ການດໍາເນີນຄະດີອາຍາໃນຂັ້ນຕອນຂອງໄອຍະການ ການດໍາເນີນຄະດີອາຍາຢູ່ສານຂັ້ນຕົ້ນ ການເຂົ້າຮ່ວມຂອງທະນາຍຄວາມໃນການດໍາເນີນຄະດີອາຍາ ສິ້ນຄ້ານອກລະບົບ-ສິນຄ້າເຖື່ອນ ຂັ້ນຕອນການດໍາເນີນຄະດີ ລະບຽບການ ແລະ ຂັ້ນຕອນການແຈ້ງພາສີ ສິນຄ້າ ເຄື່ອງຂອງປະເພດຄວບຄຸມ ແລະ ເກືອດຫ້າມ ມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາ ການເຄື່ອນຍ້າຍສິນຄ້າເຄື່ອງຂອງ ສາງສິນຄ້າ ເຄື່ອງຂອງແລະລະບົບສາງ ແລະ ການນໍາອອກ-ນໍາເຂົ້າເຄື່ອງຂອງຊົ່ວຄາວ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!