ອົງການປົກຄອງນະຄອນຫຼວງວຽງຈັນ ພົບປະກັບນັກທຸລະກິດຢູ່ນະຄອນຫຼວງວຽງຈັນ

    ກອງປະຊຸມພົບປະ ລະຫວ່າງອົງການປົກຄອງນະຄອນຫຼວງວຽງຈັນ ກັບນັກທຸລະກິດ-ນັກລົງທຶນທີ່ດໍາເນີນທຸລະກິດຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 29 ກໍລະກົດ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອງຫຼວງວຽງຈັນ ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ ມີຫົວໜ້າກົມ ຮອງກົມຂັ້ນສູນກາງ ຫົວໜ້າພະແນກການ ຫົວໜ້າຫ້ອງການຄຸ້ມຄອງເສດຖະກິດ ສະພາການຄ້ານະຄອນຫຼວງວຽງຈັນ ສະພາການຄ້າເມືອງ ເຈົ້າເມືອງ 9 ຕົວເມືອງ ນັກທຸລະກິດ ແລະ ນັກລົງທຶນ ຢູ່ນະຄອນຫຼວງວຽງຈັນເຂົ້າຮ່ວມ.

    ກອງປະຊຸມພົບປະຄັ້ງນີ້ ໄດ້ນໍາສະເໜີສະພາບລວມ ແລະ ສິ່ງທ້າທາຍການດໍາເນີນທຸລະກິດຢູ່ໃນນະຄອນຫຼວງວຽງຈັນ ພ້ອມນັ້ນ ຍັງໄດ້ຮັບຟັງການລາຍງານຜົນກະທົບຕໍ່ດ້ານເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ມາດຕະການ ແລະ ການຈັດຕັ້ງປະຕິບັດ ຈາກນັ້ນ ນັກທຸລະກິດ ແລະ ນັກລົງທຶນໄດ້ມີຂໍ້ສະເໜີແລກປ່ຽນຕໍ່ອົງການປົກຄອງນະຄອນຫຼວງວຽງຈັນ ເປັນຕົ້ນ ຂົງເຂດທຸລະກິດການທ່ອງທ່ຽວ ຂົງເຂດຮ້ານອາຫານ ແລະ ໂຮງແຮມ ຂົງເຂດການຄ້າ ແລະ ຫົວໜ່ວຍ SME ແລະ ຂົງເຂດກະສິກໍາ ແລະ ປ່າໄມ້ ຫຼັງຈາກນັ້ນ ພະແນກການກ່ຽວຂ້ອງໄດ້ຕອບຄໍາຖາມ ແລະ ຊີ້ແຈງຕໍ່ຂໍ້ສະເໜີດັ່ງກ່າວ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ໃຫ້ໄດ້ຮັບການແກ້ໄຂບັນຫາທີ່ຍັງເຫັນວ່າບໍ່ສາມາດຈັດຕັ້ງປະຕິບັດໄດ້ ເພື່ອພ້ອມກັນຜ່ານຜ່າຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!