ຮອງປະທານ ສປ ນວ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ສູນສອບເສັງ ມສ ໂພນທັນ

    ທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ພ້ອມດ້ວຍປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສປ ນວ ແລະ ຄະນະ ສືບຕໍ່ລົງຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ປະຈຳສົກຮຽນ 2020-2021 ຢູ່ສູນສອບເສັງໂຮງຮຽນ ມສ ໂພນທັນ ເມືອງໄຊເສດຖາ ວັນທີ 28 ກໍລະກົດ 2021 ໂດຍການຕ້ອນຮັບຂອງທ່ານ ສົມສະໜິດ ໄຊຊະນະວົງ ຜູ້ອໍານວຍການ ປະທານຄະນະກຳມະການສູນສອບເສັງ ມສ ໂພນທັນ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ສົມສະໜິດ ໄຊຊະນະວົງ ລາຍງານວ່າ: ສູນສອບເສັງ ມສ ໂພນທັນ ມີນັກຮຽນຈາກໂຮງຮຽນ ມສ ໂພນທັນ ແລະ ມສ ວິທະຍາເຂົ້າຮ່ວມສອບເສັງ 154 ຄົນ ດຳເນີນການສອບເສັງວັນທີ 28-30 ກໍລະກົດ 2021 ໂດຍການກະກຽມຄວາມພ້ອມກ່ອນການສອບເສັງ ໄດ້ມີການອະນາໄມໃນ ແລະ ນອກອາຄານ ໂດຍສະເພາະຫ້ອງສອບເສັງ ຄູ-ອາຈານ ແລະ ນັກຮຽນທຸກຄົນທີ່ເຂົ້າມາສູນສອບເສັງ ຕ້ອງປະຕິບັດມາດຕະການທີ່ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນວ ວາງອອກຢ່າງເຂັ້ມງວດ ເຊັ່ນ: ການວັດແທນອຸນຫະພູມ​ ໃສ່ຜ້າອັດປາກ ລ້າງມືດ້ວຍເຈວຂ້າເຊື້ອ ແລະ ຮັກສາໄລຍະຫ່າງ ຫ້ອງສອບເສັງ 1 ຫ້ອງ ບັນຈຸນັກສອບເສັງບໍ່ເກີນ 14 ຄົນ ຫຼັງຈາກເລີກສອບເສັງ ໃຫ້ພັກຜ່ອນຢູ່ຫ້ອງເສັງຂອງໃຜລາວ ເພື່ອລໍຖ້າເສັງວິຊາຕໍ່ໄປ ພ້ອມນີ້ ອະນຸກຳມະການຍາມ ຍັງໄດ້ເອົາໃຈໃສ່ຍາມຫ້ອງສອບເສັງ ໂດຍສະເພາະການຊັບຊ້ອນເບີໂຕະ ການຮັກສາໄລຍະໂຕະນັກສອບເສັງ ກວດສອບນັກຮຽນກ່ອນເຂົ້າຫ້ອງ ເພື່ອຮັບປະກັນບໍ່ໃຫ້ເຂົາເຈົ້າເອົາອຸປະກອນຕ້ອງຫ້າມເຂົ້າຫ້ອງສອບເສັງ ໂດຍສະເພາະສະມາດໂຟນ ການຮັກສາຄວາມສະຫງົບໃນຫ້ອງສອບເສັງ ແລະ ອື່ນໆ ສໍາລັບຄຳສະເໜີ ແມ່ນຂໍການສະໜອງອຸປະກອນຮັບໃຊ້ໃນການຕ້ານພະຍາດໂຄວິດ-19 ແລະ ງົບປະມານຮັບໃຊ້ໃນບັ້ນສອບເສັງຈົບຊັ້ນຈຳນວນໜຶ່ງ.

    ໂອກາດນີ້ ທ່ານນາງ ລຳພອຍ ສີອັກຄະຈັນ ກໍໄດ້ສະແດງຄວາມຊົມເຊີຍໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ທີ່ໄດ້ເອົາໃຈໃສ່ເຮັດທຸກວິທີທາງເພື່ອໃຫ້ການສອບເສັງຄັ້ງນີ້ດຳເນີນໄປໄດ້ດີ ໂດຍສະເພາະ ການຈັດຕັ້ງປະຕິບັດມາດຕະການ ແລະ ນະໂຍບາຍຕ່າງໆຕໍ່ຄູ-ອາຈານ ກໍຄືນັກສອບເສັງ ແລະ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ຄຸນະພາບຂອງການຮຽນ-ການສອນແບບອອນລາຍ ເຊິ່ງອາດມີຜົນກະທົບຕໍ່ການສອບເສັງຈົບຊັ້ນ ເນື່ອງຈາກສະພາບເສດຖະກິດ ຄວາມສະດວກໃນການຮຽນອອນລາຍຂອງນັກຮຽນແຕ່ລະຄົນແຕກຕ່າງກັນ ພ້ອມນີ້ ຍັງໄດ້ຮັບເອົາຄໍາສະເໜີເພື່ອນຳສະເໜີຕໍ່ພາກສ່ວນກ່ຽວຂ້ອງ ຊອກຫາວິທີແກ້ໄຂຮ່ວມກັນໃນຕໍ່ໜ້າ.

# ຂ່າວ & ພາບ: ສະບາໄພ

error: Content is protected !!