ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຈະຈັດຂຶ້ນ 5-10 ສິງຫານີ້

    ວັນທີ 28 ກໍລະກົດ 2021 ທີ່ສະພາແຫ່ງຊາດ ທ່ານນາງ ປິ່ງຄຳ ລາຊະສິມມາ ກຳມະການຄະນະປະຈຳ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໃນນາມເລຂາທິການສະພາແຫ່ງຊາດ ຫົວໜ້າກອງເລຂາກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຂໍຕາງໜ້າຄະນະປະຈຳສະພາແຫ່ງຊາດ ມີຄວາມຍິນດີ ແລະ ຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ ທະຫານ ຕຳຫຼວດ ນັກຮຽນ ນັກສຶກສາ ປັນຍາຊົນ ກຳມະກອນ ຊາວຜູ້ອອກແຮງງານ ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:

   ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນວັນທີ 5-10 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດຫຼັງໃໝ່ (ທາດຫຼວງ) ນະຄອນຫຼວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນ (ບໍ່ລວມເອົາວັນອາທິດ).

   ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:

    1. ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;

    2. ບົດລາຍງານຂອງລັດຖະບານ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;

    3. ການປັບປຸງບາງມາດຕາຂອງກົດໝາຍ ຈໍານວນ 5 ສະບັບ ຄື:

    ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ກົດໝາຍວ່າດ້ວຍອາກອນລາຍໄດ້ ກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍຢາເສບຕິດ.

    4. ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດອັກເສບປອດຮຸນແຮງ ຫຼື ໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ

    ໃນການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີIX ນີ້ ສະພາແຫ່ງຊາດຈະຈັດພິທີມອບ-ຮັບຫໍສະພາແຫ່ງຊາດຫລັງໃໝ່ ຢ່າງເປັນທາງການ.

    ພ້ອມນີ້ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:

    ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX

    ອີເມວ: nalao.156@gmail.com .

# ຂ່າວ & ພາບ:  ໄຊບັນດິດ

error: Content is protected !!