ອີງຕາມຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ວຽກງານຄຸ້ມຄອງການສັນຈອນ ແລະ ກັກບໍລິເວນ ໂດຍເຮັດໜ້າທີ່ກວດກາປະຕິບັດຄຳສັ່ງເລກທີ 06/ນຍ ບົດແນະນຳຂອງໜ່ວຍສະເພາະກິດ ແລະ ຄຳແນະນຳຂອງກະຊວງສາທາລະນະສຸກ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ທີ່ເຮັດໜ້າທີ່ຊີ້ນຳມະຫາພາກ ໂດຍສົມທົບກັບພະແນກຈະລາຈອນ ບັນດາແຂວງກວດກາບັນຫາຕ່າງໆ.

ພັນໂທ ແກ້ວມາລາ ແສງທອງ ຮອງກົມຕຳຫຼວດຈະລາຈອນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຢູ່ສູນປະຕິບັດງານຄະນະສະເພາະກິດຄວບຄຸມ COVID-19 ໃນວັນທີ 22 ເມສາ 2020 ຜ່ານມານີ້ວ່າ: ສະພາບການສັນຈອນ ເຫັນວ່າຢູ່ຕາມເສັ້ນທາງໄລຍະນີ້ ພໍ່ແມ່ປະຊາຊົນຈຳນວນຫຼາຍໄດ້ພ້ອມກັນປະຕິບັດຕາມຄຳສັ່ງ ເລກທີ 06/ນຍ ໄດ້ດີ ຢູ່ຕາມເສັ້ນທາງໃນຕົວເມືອງ ເທດສະບານເມືອງ ແລະ ແຂວງ ຈະມີພາຫະນະເດີນທາງຫຼຸດລົງຫຼາຍກວ່າໄລຍະປົກກະຕິ ແຕ່ກໍຍັງມີປະຊາຊົນຈຳນວນໜຶ່ງທີ່ມີຄວາມຈຳເປັນໃຊ້ພາຫະນະ ໄປ-ມາຊື້ເຄື່ອງຂອງ ໄປໂຮງໝໍ ໄປທຳການຜະລິດ ແລະ ໄປເຮັດວຽກງານທີ່ຈຳເປັນ ທີ່ໄດ້ຮັບການມອບໝາຍຈາກການຈັດຕັ້ງ ສະເພາະເສັ້ນທາງ 13 ເໜືອ ມີລົດໂຄງການໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ກໍຄືລັດຖະບານເຊັ່ນ: ທາງດ່ວນ ທາງລົດໄຟ ແລະ ລົດຂົນສົ່ງສິນຄ້າ ແຕ່ຍ້ອນມີການຈັດສັນຄືແນວນັ້ນ ຍັງມີຜູ້ຂັບຂີ່ຈຳນວນໜຶ່ງບໍ່ປະຕິບັດກົດຈະລາຈອນ ແລະ ກົດໝາຍທີ່ພົວພັນເຖິງການສັນຈອນຢ່າງເຂັ້ມງວດ ເຊັ່ນ: ຂັບຂີ່ລົດໄວເກີນກຳນົດ ດື່ມເຫຼົ້າແລ້ວຂັບຂີ່ ບໍ່ປ່ອຍສິດ ປ່ຽນທິດທາງແບບກະທັນຫັນ ແລະ ອື່ນໆ ເຊິ່ງມັນສະແດງອອກໃນຕົວເລກຂອງການເກີດອຸບັດເຫດໄລຍະປະຕິບັດຄຳສັ່ງ ເລກທີ 06/ນຍ ເລີ່ມແຕ່ວັນ 01-21 ເມສາ 2020 ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 196 ລາຍ ເສຍຊີວິດຈຳນວນ 39 ຄົນ ສະເພາະຢູ່ນະຄອນຫຼວງວຽງຈັນ ເກີດຂຶ້ນ 26 ລາຍ ແລະ ເສຍຊີວິດ 8 ຄົນ.
ໂອກາດນີ້ ພັນໂທ ແກ້ວມາລາ ແສງທອງ ໄດ້ຮຽກຮ້ອງໃຫ້ແຕ່ລະຈຸດກວດກາ ເພີ່ມຄວາມເຂັ້ມງວດເຕີ່ມ ກັບຄຳສັ່ງເລກທີ 06/ນຍ ແລະ ເພີ່ມມາດຕະການກວດກາ ລາດຕະເວນເຄື່ອນທີ່ຕາມເສັ້ນທາງໃນຕົວເມືອງ ຈົນກວ່າຮອດວັນທີ 03 ພຶດສະພາ 2020 ພ້ອມທັງໃຫ້ຂະແໜງການຄ້າອຳນາດການປົກຄອງເມືອງ ແລະ ບ້ານກວດກາ ແນະນຳປະຊາຊົນໃນການຄຸ້ມຄອງຂອງຕົນໃຫ້ມີຄວາມເຂັ້ມງວດຕໍ່ຄຳສັ່ງ 06/ນຍ ຕໍ່ຜູ້ທີ່ໃຊ້ລົດ-ໃຊ້ຖະໜົນ ກໍໃຫ້ເອົາໃຈໃສ່ປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ແລະ ອື່ນໆ.