ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 29 ກໍລະກົດ 2021 ວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປັດຈຸບັນເຫັນວ່າ ການຕິດເຊື້ອໃນຊຸມຊົນພາຍໃນປະເທດແມ່ນມີທ່ອຽງຫຼຸດລົງ ແຕ່ເຫັນວ່າມີລາຍງານການຕິດເຊື້ອໃນແຮງງານ ແລະ ບຸກຄົນທີ່ເດີນທາງເຂົ້າປະເທດຈໍານວນຫຼາຍ ໃນວັນທີ 29 ກໍລະກົດ 2021 ນີ້ ມີລາຍງານຜູ້ຕິດເຊື້ອໃໝ່ ຈໍານວນ 241 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປັດຈຸບັນແມ່ນ 5.675 ຄົນ ມີຈໍານວນເສຍຊີວິດສະສົມ 6 ຍັງສືບຕໍ່ປິ່ນປົວ 2.691 ຄົນ ໃນວັນທີ 28 ກໍລະກົດຜ່ານມາ ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ3ຄວິດ-19 ທັງໝົດ 2.082 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 241 ຄົນ ເຊິ່ງກໍລະນີຕິດເຊື້ອໃໝ່ 1 ຄົນ ແມ່ນຕິດຈາກຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ ຢູ່ແຂວງໄຊຍະບູລີ ສ່ວນ 240 ຄົນ ແມ່ນຜູ້ທີ່ເດີນທາງເຂົ້າປະເທດຄື:ຈາກນະຄອນຫຼວງວຽງຈັນ 12 ກໍລະນີ ຈໍາປາສັກ 48 ກໍລະນີ ສະຫວັນນະເຂດ 143 ກໍລະນີ ສາລະວັນ 34 ກໍລະນີ ແລະ ຄໍາມ່ວນ 3 ກໍລະນີ.

ສໍາລັບແຂວງໄຊຍະບູລີ 1 ກໍລະນີ ທີ່ຕິດເຊື້ອຈາກການສໍາຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ ເຊິ່ງເປັນຄອບຄົວດຽວກັນ ແລະ ກໍໄດ້ຄົ້ນຫາຜູ້ສໍາຜັດໃກ້ຊິດທັງໝົດເພື່ອກວດຫາເຊື້ອ ແລະ ນໍາເຂົ້າສະຖານທີ່ຈໍາກັດບໍລິເວນ ສ່ວນ 241 ກໍລະນີ ແມ່ນແຮງງານລາວທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ ໄດ້ເກັບຕົວຢ່າງ ແລະ ຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ ເມື່ອຜົນກວດເປັນຜົນບວກ ພວກກ່ຽວໄດ້ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.
# ຂ່າວ & ພາບ: ສີພອນ