ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ໄດ້ພົບປະຢ້ຽມຢາມພະນັກງານສະຖານີວິທະຍຸກະຈາຍສຽງແຫ່ງຊາດ (ວສລ) ວັນທີ 28 ກໍລະກົດ 2021 ຢູ່ສະຖານີດັ່ງກ່າວ ໂດຍມີທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການ ວສລ ພ້ອມດ້ວຍຄະນະອຳນວຍການ ແລະ ພະນັກງານຫຼັກແຫ່ງໃຫ້ການຕ້ອນຮັບ.
ທ່ານ ໂພສີ ແກ້ວມະນີວົງ ໄດ້ລາຍງານພາລະບົດບາດ ແລະ ໜ້າທີ່ຂອງ ວສລ ໂດຍຫຍໍ້ວ່າ: ວສລ ສ້າງຕັ້ງຂຶ້ນວັນທີ 13 ສິງຫາ 1960 ມາຮອດປີ 2021 ພໍດີຄົບຮອບ 61 ປີ ຫຼັງຈາກປະທດຊາດໄດ້ຮັບການປົດປ່ອຍ ວສລ ໄດ້ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຂອງພັກ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ລັດຖະບານ ເປັນພາຫະນະສື່ມວນຊົນທີ່ມີຄວາມວ່ອງໄວ ທັນສະໄໝ ສາມາດກະຈາຍໄປໄດ້ ກ້ວາງໄກເຖິງຮາກຖານປະຊາຊົນຫ່າງໄກສອກຫຼີກ ທັງເຮັດບົດບາດໜ້າທີ່ເປັນເວທີສະແດງຄໍາຄິດເຫັນຂອງມະຫາຊົນ ແລະ ສາຍໄຍຜູກພັນລະຫວ່າງພັກ-ລັດ ກັບປະຊາຊົນໄດ້ເປັນຢ່າງດີ.

ປັດຈຸບັນ ວສລ ມີພະນັກງານ 132 ຄົນ ໃນນັ້ນ ບັນຈຸຢູ່ໃນພາກສ່ວນບໍລິຫານ 22 ຄົນ ພາກສ່ວນເນື້ອໃນມີ 65 ຄົນ ແລະ ພາກສ່ວນເຕັກນິກ 43 ຄົນ ປະຈຳການຢູ່ຕ່າງປະເທດ 2 ຄົນ ຕາມສັນຍາ 10 ຄົນ ແລະ ແບ່ງເປັນ 11 ພະແນກ ໃນການເຄື່ອນໄຫວວຽກງານສະເພາະແຕ່ລະດ້ານ ລວມມີລາຍການວິທະຍຸທັງໝົດ 75 ລາຍການ ອອກອາກາດປະມານ 70 ຊົ່ວໂມງຕໍ່ວັນ ທີ່ຕິດພັນກັບການເຄື່ອນໄຫວຕ່າງໆຂອງສັງຄົມ ພ້ອມນັ້ນ ຍັງໄດ້ອອກອາກາດເປັນ 2 ພາສາຊົນເຜົ່າຄື: ຜົ້ງ ກຶມມຸ ແລະ ພາກພາສາຕ່າງປະເທດ ຄື: ພາສາຂະແມ ຈີນ ຝຣັ່ງ ອັງກິດ ໄທ ແລະ ພາສາຫວຽດນາມ ໃນນັ້ນ ໄດ້ກະຈາຍຂໍ້ມູນຜ່ານລະບົບພາກພື້ນດິນ AM 2 ຄື້ນ EM 5 ຄື້ນ ເຄືອຂ່າຍລະບົບ FM ໄປຍັງແຂວງຕ່າງໆເຊັ່ນ: ຫຼວງພະບາງ ຈຳປາສັກ ອຸດົມໄຊ ແລະ ແຂວງສະຫວັນນະເຂດ ເພື່ອໃຫ້ສະຖານີວິທະຍຸຂັ້ນແຂວງ ເມືອງໃນທົ່ວປະເທດ ຮັບສັນຍານລາຍການຂອງ ວສລ ໄດ້ຢ່າງທົ່ວເຖິງ ພ້ອມນັ້ນ ຍັງໄດ້ສົ່ງຜ່ານລະບົບອິນເຕີແນັດ ຄື: ເວັບໄຊ www.lnr.org.la ແລະ ຜ່ານ facebook live youtube applications ແລະ ອື່ນໆ ສາມາດກວມເອົາພື້ນທີ່ທົ່ວປະເທດ ສະເພາະສັນຍານພາກພື້ນດິນ ໄດ້ 90% ແລະ ຜ່ານດາວທຽມໄດ້ 100%.

ໂອກາດດັ່ງກ່າວ ທ່ານ ຈະເລີນ ເຢຍປາວເຮີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນຳ ວສລ ແລະ ພະນັກງານແຕ່ລະຂັ້ນຂອງ ວສລ ທີ່ໄດ້ເອົາໃຈໃສ່ບຸກບືນປະຕິບັດໜ້າທີ່ວຽກງານສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ໃນທ່າມກາງສະພາບຫຍໍ້ທໍ້ຕ່າງໆໃນປັດຈຸບັນ ສາມາດເຮັດໃຫ້ການເຄື່ອນໄຫວວຽກງານແຕ່ລະດ້ານຂອງ ວສລ ໂດຍສະເພາະ ການໂຄສະນາຂໍ້ມູນຂ່າວສານໃຫ້ສັງຄົມຮັບຊາບໄດ້ສຳເລັດໂດຍພື້ນຖານ ພ້ອມທັງເນັ້ນໃຫ້ພະນັກງານ ວສລ ຈົ່ງເພີ່ມທະວີຄວາມຮັບຜິດຊອບການປະຕິບັດໜ້າທີ່ການເມືອງຂອງຕົນຢ່າງໜັກແໜ້ນ ເຂັ້ມແຂງ ເພື່ອປະກອບສ່ວນສຳຄັນເຂົ້າໃນການໂຄສະນາເຜີຍແຜ່ວຽກງານຂອງພັກ ແລະ ລັດຖະບານໃຫ້ມີຜົນສຳເລັດ ສຳລັບຂໍ້ສະເໜີດ້ານງົບປະມານໃນການພັດທະນາສື່ວິທະຍຸໃຫ້ທັນສະໄໝ ໂດຍສະເພາະ ປັບປຸງວັດຖຸອຸປະກອນເກົ່າ ການປັບປຸງວິທະຍຸເຄືອຂ່າຍຢູ່ 4 ເຂດທີ່ມີໃນປັດຈຸບັນ ແລະ ການຂະຫຍາຍບາງແຂວງ ເມືອງ ເພື່ອເຮັດໃຫ້ປະຊາຊົນໃນເຂດຫ່າງໄກສອກຫຼີກ ສາມາດຮັບຄື້ນວິທະຍຸໄດ້ 100% ແລະ ການສະເໜີໃຫ້ຂັ້ນເທິງເພື່ອປັບປຸງກົນໄກການບໍລິຫານລາຍຮັບວິຊາການຄືນໃໝ່ ໃຫ້ມີການກໍ່ສ້າງບຸຄະລະກອນດ້ານສື່ມວນຊົນຢ່າງເປັນລະບົບ ແລະ ການຂໍໂກຕາພະນັກງານເພື່ອມາຈັດສັນໃສ່ຕໍາແໜ່ງງານຕ່າງໆໃຫ້ສົມຄູ່ກັບໜ້າວຽກທີ່ມີໃນປັດຈຸບັນນັ້ນ ໃນນາມສະພາແຫ່ງຊາດ ຈະນຳໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງ ເພື່ອໃຫ້ການນໍາຂັ້ນເທິງໄດ້ຮັບຊາບ ແລະ ໃຫ້ທິດຊີ້ນຳແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈິງຍິ່ງຂຶ້ນ.

ໃນວັນດຽວກັນ ທ່ານ ຈະເລີນ ເຢຍປາວເຮີ ພ້ອມຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມພົບປະພະນັກງານສະຖານີໂທລະພາບແຫ່ງຊາດຕື່ມອີກ.
# ຂ່າວ & ພາບ: ລັດເວລາ