ໂດຍອີງຕາມຂໍ້ມູນຈາກເວັບໄຊປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃນວັນທີ 23 ເມສາ 2020 ຜ່ານມາ ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມຂອບເຂດເມືອງໄຊເຊດຖາ ຫາເມືອງຫາດຊາຍຟອງ ໄດ້ພົບເຫັນຮ້ານເກມອອນລາຍທີ່ຍັງເປີດໃຫ້ບໍລິການຈຳນວນ 3 ຮ້ານ ເຊີ່ງຖືວ່າເປັນການລະເມີດ ຝາຝືນຕໍ່ຄຳສັ່ງເລກທີ 06/ນຍ ເຈົ້າໜ້າທີ່ຈຶ່ງໄດ້ເຮັດບົດບັນທຶກກ່າວເຕືອນ ແລະ ໃຫ້ປິດຮ້ານ.

ລາຍລະອຽດຄື: ເວລາ 14:40 ໂມງ ໄດ້ພົບເຫັນຊາຍໜຸ່ມຄົນໜຶ່ງຢືນຢູ່ໜ້າຮ້ານເກມອອນລາຍ 89 ຢູ່ບ້ານໂນນສະຫງ່າ ເມືອງໄຊເຊດຖາ ກວດຄົ້ນຕົວພົບຢາບ້າ 1 ເມັດ ແລະ ບັດເຕີມເກມ ຈຶ່ງກັກຕົວໄວ້ກ່ອນຄື: ທ້າວ ວົງ ອາຍຸ 45 ປີ ພ້ອມເຂົ້າເຮັດບົດບັນທຶກກ່າວເຕືອນກັບເຈົ້າຂອງຮ້ານເກມດັ່ງກ່າວທີ່ຍັງເປີດໃຫ້ບໍລິການ ແລະ ເວລາ 20:30 ໂມງ ໄດ້ເຂົ້າເຮັດບົດບັນທຶກກ່າວເຕືອນກັບຮ້ານເກມອອນລາຍ ທີທີ ຢູ່ບ້ານຊຳເຄ້ ເມືອງໄຊເຊດຖາ ແລະ ເວລາ 22:00 ໂມງ ໄດ້ເຂົ້າເຮັດບົດບັນທຶກກ່າວເຕືອນກັບເຈົ້າຂອງຮ້ານເກມອອນລາຍສະປອດ 777 ຢູ່ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ທີ່ຍັງເປີດໃຫ້ບໍລິການ ພ້ອມໃຫ້ປິດຮ້ານ.

