ປະທານ ສປນວ ສືບຕໍ່ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ກອງຮ້ອຍທະຫານຊາຍແດນ 244 ແລະ 245

    (ສພຊ) ວັນທີ 20 ກໍລະກົດ 2021 ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານຮອງປະທານສະພາປະຊາຊົນ ແລະ ຄະນະ ສືບຕໍ່ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະລັດຖະທຳມະນູນ ກົດໝາຍ ນິຕິກຳໃຕ້ກົດໝາຍ ມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ກອງຮ້ອຍທະຫານຊາຍແດນ 244 ແລະ 245 ໂດຍການຕ້ອນຮັບຂອງທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງໆປາກງື່ມ ນວ ມີທ່ານຮອງປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງການລາຍງານຂອງທ່ານ ຮ້ອຍເອກ ເລວະຕະ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 244 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ອຳນາດການປົກຄອງເມືອງໄດ້ອອກແຈ້ງການຈັດຕັ້ງປະຕິບັດມາດຕະການຜ່ອນຜັນຕ້ານໂຄວິດ-19 ປະຊາຊົນພາຍໃນເມືອງ ກໍຄືຊາວປະມົງ ສາມາດລົງຫາປາຕາມແມ່ນ້ຳຂອງໄດ້ພາຍໃນເວລາທີ່ກຳນົດ 08:00-18:00 ໂມງ. 

    ພ້ອມດຽວກັນນີ້ ກໍໄດ້ໂຄສະນາເຜີຍແຜ່ລະບຽບການຊາຍແດນໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ລຽບຕາມຊາຍແດນ ໃຫ້ມີຄວາມເຂົ້າໃຈຕໍ່ກັບລະບຽບກົດໝາຍຫຼາຍຂຶ້ນ ແລະ ໄດ້ຈັດວາງກຳລັງເຂົ້າຈຸດຫຼໍ່ແຫຼມຕ່າງໆ ເພື່ອຕິດຕາມ ແລະ ສະກັດກັ້ນການລັກລອບຂ້າມຊາຍແດນ ແລະ ປາກົດການຫຍໍ້ທໍ້ອື່ນໆ ໄດ້ຈັດຕັ້ງເຄື່ອນໄຫວສາລະເວທາງບົກ-ທາງນ້ຳ ທັງເວັນ ແລະ ຄືນຢ່າງເປັນປົກກະຕິ. 

    ນັບແຕ່ຕົ້ນປີ 2021 ມາເຖິງປັດຈຸບັນ ສາມາດກັກຕົວຜູ້ລະເມີດລະບຽບຄຳສັ່ງໄດ້ທັງໝົດ 87 ຄົນ ຍິງ 42 ຄົນ ສຳລັບແຮງງານລາວ ແລະ ຄົນຕ່າງປະເທດທີ່ໄດ້ລັກລອບຂ້າມຊາຍແດນມາ ກໍໄດ້ກັກຕົວ  ແລະ  ປະສານສົມທົບກັບໜ່ວຍງານສະເພາະກິດຂອງເມືອງ ນຳສົ່ງສູນຫຼັກ 27 ເພື່ອກັກຕົວຕາມລະບຽບການ ແລະ ສຳລັບຜູ້ຝ່າຝືນມາດຕະການຕ່າງໆ ກໍໄດ້ມອບໃຫ້ກຳລັງ ປກສ ປະຕິບັດຕາມລະບຽບການທີ່ວາງອອກ.

    ໂອກາດດຽວກັນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ສະເໜີບາງບັນຫາຕໍ່ຄະນະລົງເຮັດວຽກ ເພື່ອຊອກຫາວິທີແກ້ໄຂຮ່ວມກັນໃນຕໍ່ຫນ້າ.

# ຂ່າວ &  ພາບ : ນາງ ພອນທິບ ອິນທິລາດ

error: Content is protected !!