ນະຄອນຄຸນໝິງ ມອບເຄື່ອງຊ່ວຍເຫຼືອໃຫ້ ນວ

    ພິທີຮັບເຄື່ອງຊ່ວຍເຫຼືອຈາກອຳນາດການປົກຄອງນະຄອນຄຸນໝິງ ສປ ຈີນ ໃຫ້ແກ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 23 ກໍລະກົດ 2021 ທີ່ອົງການປົກຄອງ ນວ ເປັນກຽດຮັບໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອນ ນວ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ. 

    ເຄື່ອງຊ່ວຍເຫຼືອຄັ້ງນີ້ ປະກອບມີນໍ້າຢາກວດຫາເຊື້ອໂຄວິດ-19 ຈຳນວນ 11.250 ຊຸດ ມູນຄ່າ 25.492 ໂດລາສະຫະລັດ ໂອກາດນີ້ ທ່ານຮອງເຈົ້າຄອງ ນວ ໄດ້ສະແດງຄວາມຂອບໃຈມາຍັງອຳນາດການປົກຄອງນະຄອນຄຸນໝິງ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອ ນວ ຕະຫຼອດມາ ໂດຍສະເພາະແມ່ນອຸປະກອນທີ່ນຳໃຊ້ເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ພາຍຫຼັງຮັບແລ້ວ ຈະນຳເອົາເຄື່ອງຊ່ວຍເຫຼືອຄັ້ງນີ້ມອບຕໍ່ໃຫ້ພະແນກສາທາລະນະສຸກ ນວ ເພື່ອນຳໃຊ້ເຂົ້າໃນການກວດຫາເຊື້ອພະຍາດໂຄວິດ-19 ຕາມໂຮງໝໍ ຫຼື ຈຸດບໍລິການກວດຫາເຊື້ອພະຍາດດັ່ງກ່າວ.

# ຂ່າວ & ພາບ:  ອົ່ນ ໄຟສົມທອງ 

error: Content is protected !!