ລັດຖະມົນຕີຢ້ຽມຢາມ​ໂຄງການທ່າບົກທ່ານາແລ້ງ

    ​ວັນ​ທີ 23 ກໍລະກົດ 2021 ທີ່ສໍານັກງານໃຫຍ່ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ ໄດ້ມີພິທີຕ້ອນຮັບການມາຢ້ຽມຢາມເພື່ອຊຸກຍູ້ການກະກຽມຄວາມພ້ອມໃຫ້ແກ່ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນຂອງທ່ານ  ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະ ເທດ ພ້ອມ​ຄະນະຖືກຕ້ອນຮັບໂດຍທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍພະນັກງານຫຼັກແຫຼ່ງບໍລິສັດ. 

     ໃນການມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນທີ່​ຕັ້ງ​ຢູ່​ບ້ານ​ດົງ​ໂພ​ສີ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ​ຂອງ​ບໍລິສັດ ວຽງ​ຈັນ​ໂລ​ຊິດ​ສະຕິ​ກພາກ ຈຳກັດ​ຄັ້ງ​ນີ້ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ພ້ອມ​ຄະນະໄດ້​ຮັບ​ຟັງ​ການ​ລາຍ​ງານສະພາບ​ຄວາມ​ເປັນ​ມາ ​ແລະ ການ​ລົງທຶນ​ພັດທະນາ​​ໂຄງການ​ຂອງ​ບໍລິສັດ ​ ​ເນື່ອງ​ຈາກ​ປະ​ເທດ​ລາວ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ ​ແລະ ​ໂຄງການ​ນີ້​ຈະ​ເປັນ​ໂຄງການ​ໜຶ່ງ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​​ໃນ​ອະ ນາຄົດ​ເນື່ອງຈາກທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ​ເປັນ​ຈຸດ​ບໍລິການການ​ຂົນ​ສົ່ງ​ເຊື່ອມ​ຕໍ່ລະ ຫວ່າງ​ປະ​ເທດ​ໃນ​ພາກ​ພື້ນ ​ປັດຈຸບັນການກໍ່ສ້າງໂຄງການ​ຂອງບໍລິສັດ​ສຳເລັດ 80% ເປັນຕົ້ນກຳລັງ​​ເລັ່ງກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ຮອງ​ຮັບ​ການ​ພັດທະນາ​ໂຄງການຕໍ່​ໄປ​ເປັນ​ຕົ້ນ​ສ້າງ​ເສັ້ນທາງ ​ເດີ່ນ ປະຕູ​ໂຂງ​ ອາ ຄານ ​ແລະ ອື່ນໆ​ທີ່​ເປັນ​ສິ່ງ​ອຳນວຍ​ຄວາມ​ສະດວກຕ່າງໆ​ໃນ​ການ​ດຳ​ເນີນ​ໂຄງການ​ແມ່ນ​ມີ​ຄວາມ​ຄືບ​  ໜ້າ​ໃກ້​ຈະ​ສຳ​ເລັດ ​ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້.

    ​ໂອກາດນີ້​ທ່ານ​ລັດຖະມົນຕີ​​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ມາ​ຍັງ​ຄະນະ​ບໍລິຫານ​ ​ແລະ ພະນັກງານ​ບໍລິສັດທີ່​ເປັນ​ນັກທຸລະກິດ​ລາວ​ຜູ້​ເຮັດ​ແທ້​ທຳ​ຈິງ ຂ້າພະ​ເຈົ້າ​ໄດ້​ມາ​ເຫັນ​ໂຄງການ​ຕົວ​ຈິງ​ແລ້ວ​ມີ​ຄວາມ​ພາກ ພູມ​ໃຈ​ທີ່​ໂຄງການ​ນີ້​ໄດ້​ເກີດ​ຂຶ້ນ​ ​ແລະ ໃນ​ອະນາຄົດ​ຈະ​ສາມາດ​ຕອບ​ສະໜອງ​ຄວາມ​ມຸ້ງ​ໝາກ​ປາດ​ຖະໜາ​ຂອງ​ພັກ​-ລັດຖະບານດ້ານ​ການ​ພັດທະນາ​ພື້ນຖານ​​ໂຄງ​ລ່າງ​ໃຫ້​ມີ​ຄວາມ​ຈະ​ເລີ​ນ ມີ​ລະບົບການ​ຂົນ​ສົ່ງທີ່​ທັນ​ສະ​ໄໝ​ເຊື່ອມ​ຕໍ່​ກັບຫຼາຍ​ປະ​ເທດ​ຈະ​ເຮັດ​ໃຫ້​ປະ​ເທດ​ລາວ​ເຮົາມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຈາກ​ການ​ເກັບ​ຄ່າ​ບໍລິການ​ຕ່າງໆ​ທີ່​ປິ່ນ​ອ້ອມ.

 ສົມສະຫວັນ ຮູບ 23.7.2021   

error: Content is protected !!