ຕີລາຄາຄືນ ແລະ ວາງແຜນການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມຮ້ານອາຫານ-ໂຮງແຮມ

    ກອງປະຊຸມທົບທວນ  ແລະ  ວາງແຜນການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມຮ້ານອາຫານ ໂຮງແຮມ ຂອງໜ່ວຍງານກຸ່ມອາຊີບໂຮງແຮມ ແລະ ຮ້ານອາຫານ ສະມາຄົມໂຮງແຮມ ແລະ ຮ້ານອາຫານ ຈັດຂຶ້ນວັນທີ 23 ກໍລະກົດ 2021 ທີ່ຮ້ານອາຫານປະຕູໄຊ ເປັນປະທານຮ່ວມຂອງທ່ານ ໜູພັນ ອຸດສາ ຫົວໜ້າກົມອະຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານ ມີບັນດາຜູ້ປະກອບການໂຮງແຮມ ແລະ ຮ້ານອາຫານ ໂຄງການສະວິສຄອນແທັກ (TVESS) ແລະ ໂຄງການອົງການຈີໄອແຊັດ (VEFF) ນອກນີ້ຍັງມີສູນ ສະຖາບັນການສຶກສາທີ່ເຂົ້າຮ່ວມກິດຈະກໍາເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ຜູ້ປະກອບການ ແລະ ໜ່ວຍງານພາກລັດທີ່ກ່ຽວຂ້ອງເຂົ້າຮ່ວມ ໄດ້ພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາໃນໄລຍະຜ່ານມາ ພ້ອມນັ້ນ ໄດ້ປຶກສາຫາລື ແລະ ວາງແຜນກິດຈະກໍາທີ່ຈະຕ້ອງໄດ້ປະຕິບັດໃນ 6 ເດືອນທ້າຍປີ 2021 ເຊິ່ງປະກອບມີກິດຈະກໍາການເຝິກອົບຮົມໄລຍະສັ້ນ ເພື່ອຂໍທຶນການສະໜັບສະໜູນຈາກໂຄງການລາວ 029 ລຸກຊຳບວກ ກິດຈະກໍາຈັດການແຂ່ງຂັນສ້າງຄົນເພື່ອໃຫ້ເປັນພໍ່ຄົວ/ແມ່ຄົວລາວ ສູ່ພໍ່ຄົວ/ແມ່ຄົວໂລກ ແນໃສ່ໃຫ້ອາຫານທີ່ເປັນເອກະລັກຂອງຄົນລາວອອກສູ່ສາຍຕາສາກົນ ແລະ ອື່ນໆ ນອກນີ້ ກອງປະຊຸມຍັງໄດ້ເຜີຍແຜ່ຂໍ້ຕົກລົງຄະນະບໍລິຫານງານສະບັບປັບປຸງຂອງໜ່ວຍງານກຸ່ມອາຊີບໂຮງແຮມ ແລະ ຮ້ານອາຫານ ແລະ ໂຄງການຕ່າງໆ ພ້ອມນັ້ນ ຍັງນໍາສະເໜີຮູບແບບແຜນການຈັດການຮຽນ-ການສອນແບບຄວບຄູ່ ເພື່ອໃຫ້ສະຖານອາຊີວະສຶກສາ ແລະ ກຸ່ມອາຊີບເຊັນບົດບັນທຶກໃນການຮ່ວມມືທາງດ້ານວິຊາການ.

                      # ຂ່າວ & ພາບ: ຂັນທະວີ

error: Content is protected !!