ການລະບາດພະຍາດໂຄວິດ-19 ຢູ່ລາວຍັງເພີ່ມທະວີ

   ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃນວັນທີ 23 ກໍລະກົດ 2021 ໃຫ້ຮູ້ວ່າ: ປັດຈຸບັນ ເຫັນວ່າການຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ທີ່ເຄີຍມີການລະບາດໃນຊຸມຊົນແມ່ນຫຼຸດຜ່ອນລົງ ແຕ່ເຫັນວ່າເລີ່ມມີການລາຍງານຕົວເລກການຕິດເຊື້ອໃນຊຸມຊົນຢູ່ແຂວງຈໍາປາສັກ ພ້ອມດຽວກັນ ຍັງມີການລາຍງານການຕິດເຊື້ອໃນບຸກຄົນ ແລະ ແຮງງານທີ່ເດີນທາງເຂົ້າມາ ສປປ ລາວໃນຫຼາຍແຂວງ ໂດຍສະເພາະແມ່ນໃນບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານທີ່ກໍາລັງມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ.

    ໃນວັນທີ 22 ກໍລະກົດ 2021 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 1.754 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 223 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປັດຈຸບັນ 4.342 ຄົນ ມີເສຍຊີວິດສະສົມ 5 ຄົນ ຍັງສືບຕໍ່ປິ່ນປົວ 1.735 ຄົນ   ເຊິ່ງກໍລະນີຕິດເຊື້ອໃໝ່ 223 ຄົນ ມີຄື: ແຂວງຫຼວງນ້ໍາທາ 1 ຄົນ ແລະ ຈໍາປາສັກ 2 ຄົນ ແມ່ນເປັນຜູ້ສໍາຜັດໃກ້ຊີດກັບຜູ້ຕິດເຊື້ອໃນໄລຍະຜ່ານມາ ນະຄອນຫຼວງ 7 ຄົນ ບໍລິຄໍາໄຊ 6 ຄົນ ຄໍາມ່ວນ 1 ຄົນ ສະຫວັນນະເຂດ 117 ຄົນ ສາລະວັນ 34 ຄົນ ແລະ ຈໍາປາສັກ 55 ຄົນ ແມ່ນແຮງງານລາວທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ ໄດ້ເກັບຕົວຢ່າງ ແລະ ຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ ເມື່ອຜົນກວດເປັນຜົນບວກ ພວກກ່ຽວໄດ້ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້.

# ຂ່າວ & ພາບ:  ວຽງມາ

error: Content is protected !!