ຈະຈັດງານຊີງລາງວັນທຸລະກິດອາຊຽນດີເດັ່ນທົ່ວປະເທດ ປະຈຳປີ 2021

   ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 22 ກໍລະກົດ 2021 ວ່າ: ງານຊີງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ 2021 (ABA Laos 2021) ເປັນງານມອບລາງວັນທີ່ເປີດກ້ວາງຕໍ່ສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດຂອງ ສປປ ລາວ ທີ່ດຳເນີນທຸລະກິດຖືກຕ້ອງຕາມກດົດໝາຍ ບໍ່ວ່ານ້ອຍ ຫຼື ໃຫຍ່ ກໍສາມາດສົ່ງເຂົ້າສະ<aກແຂ່ງຂັນເອົາລາງວັນໄດ້ ເຊິ່ງທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ຈາກ ABA Laos 2021 ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນ ເຊິ່ງຈະໄດ້ພົບກັບບັນດາຫົວໜ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ ການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນ ແມ່ນຈະໄດ້ຈັດຂຶ້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ຄັ້ງທີ 37 ໃນທ້າຍປີ 2021 ທີ່ປະເທດບຣູໄນ.

    ປະເພດລາງວັນສຳລັບປີ 2021 ປະກອບມີ 3 ປະເພດເຊັ່ນ: ປະເພດທີ 1 ລາງວັນຂະແໜງບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການ ເຊັ່ນ:  ຂະແໜງກະສິກຳ  ຂະແໜງພະລັງງານ ຂະແໜງປະມົງ ຂະແໜງປຸງແຕ່ງອາຫານ  ແລະ  ເຄື່ອງດື່ມ ຂະແໜງຫັດຖະກຳ ຂະແໜງ ICT ຂະແໜງພື້ນຖານໂຄງລ່າງ ຂະແໜງຕັດຫຍິບ ຂະແໜງທ່ອງທ່ຽວ ຂະແໜງຂົນສົ່ງ ແລະ ໂລຈີສຕິກ ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້ ປະເພດທີ 2 ແມ່ນລາງວັນຂະແໜງທຸລະກິດ SME ດີເດັ່ນ (SME Excellence Award) ປະກອບມີ 5 ຂະແໜງການ ເພີ່ມມາໃໝ່ 1 ຂະແໜງການ ເຊັ່ນ: ລາງວັນການຂະຫຍາຍຕົວທຸລະກິດດີເດັ່ນ ການຈ້າງງານດີເດັ່ນ ນະວັດຕະກຳດີເດັ່ນ ການປະກອບສ່ວນຕໍ່ສັງຄົມ ແລະ ລາງວັນການຫັນເປັນດິຈີຕອລດີເດັ່ນ (ລາງວັນເພີ່ມມາໃໝ່) ແລະ ປະເພດທີ 3 ແມ່ນລາງວັນພິເສດ ປະກອບມີ 8 ປະເພດລາງວັນ ເພີ່ມມາໃໝ່ 1 ຂະແໜງການເຊັ່ນ: ລາງວັນເພື່ອນມິດ ສປປ ລາວ ດີເດ່ັນ (ມີ 3 ລາງວັນ) ລາງວັນທຸລະກິດຄອບຄົວດີເດັ່ນ ລາງວັນທຸລະກິດເພື່ອສັງຄົມແບບຍືນຍົງ ລາງວັນທຸລະກິດສີຂຽວ ລາງວັນທຸລະກິດລິເລີ່ມ ລາງວັນນັກທຸລະກິດໜຸ່ມດີເດັ່ນ ລາງວັນຜູ້ປະກອບການແມ່ຍິງດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານດີເດັ່ນ (ລາງວັນເພີ່ມມາໃໝ່ມີທັງໝົດ 10 ລາງວັນ) ສຳລັບຄວາມໂປ່ງໃສໃນຂັ້ນຕອນການກວດສອບແບບຟອມ ແລະ ເອກະສານຂອງຜູ້ສະໝັກ ABA Laos 2021 ແມ່ນຈະຖືກກວດສອບໂດຍບໍລິສັດ KPMG (Laos) ຫຼັງຈາກນັ້ນ ກອງເລຂາຮັບຜິດຊອບງານຊີງລາງວັນ ຈະໄດ້ເຊີນເອົາຕາງໜ້າຈາກສື່ມວນຊົນ ຕາງໜ້າຈາກພາກລັດ ຕາງໜ້າພາກທຸລະກິດ ແລະ ສະຖາບັນການສຶກສາ ເພື່ອເຂົ້າມາເປັນຄະນະກຳມະການຕັດສິນໃນທຸກໆຂະແໜງ ແລະ ແຕ່ລະປະເພດລາງວັນ.

     ສໍາລັບພາກສ່ວນໃດສົນໃຈເຂົ້າຮ່ວມງານດັ່ງກ່າວ ສາມາດຕິດຕໍ່ທີ່ເບີ 020 5256 2729 020 5953 5392 ຫຼື ເວັບໄຊ https://lncci.la..

# ຂ່າວ & ພາບ:  ສີພອນ

error: Content is protected !!