ຍົກລະດັບການນຳໃຊ້ຖານຂໍ້ມູນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳແບບເອເລັກໂຕຣນິກ

    ໃນວັນທີ 23 ກໍລະກົດ 2021 ຢູ່ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດເຝິກອົບຮົມການນຳໃຊ້ຖານຂໍ້ມູນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ແບບເອເລັກໂຕຣນິກ ( E-manufacturing license ) ພາຍໃຕ້ການເປັນປະທານຂອງທ່ານ ສະຫວາດ ຂຸນດາວົງ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 30 ຄົນ ຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ແລະ ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ ໂນນທອງ.

    ການເຝິກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອສ້າງຄວາມເຂົ້າໃຈ ແລະ ວິທີການໃນການປ້ອນຂໍ້ມູນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເຂົ້າໃນຖານຂໍ້ມູນແບບເອເລັກໂຕຣນິກ ( E-manufacturing license) ໃຫ້ຖືກຕ້ອງ ພ້ອມກັນນັ້ນ ກໍຍັງເປັນການຍົກລະດັບຄວາມຮູ້ສາມາດຂອງບຸຄະລາກອນຂະແໜງການອຸດສາຫະກໍາ ແລະ ຫັດຖະກຳ ໃນການນຳໃຊ້ເຕັກໂນໂລຊີເຂົ້າໃນການເຮັດວຽກ ນອກຈາກນີ້ ກໍຍັງເປັນການປະກອບເຂົ້າໃນການສ້າງພັດທະນາຖານຂໍ້ມູນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໂດຍຜ່ານລະບົບອີນເຕີເນັດ ເພື່ອນຳໃຊ້ເຂົ້າໃນການພັດທະນາຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໃຫ້ມີຄວາມທັນສະໄໝ ມີການຄຸ້ມຄອງແບບລວມສູນ ເປັນເອກະພາບ ມີຄຸນນະພາບ ປອດໄພ ແລະ ຫັນເປັນລະບົບເອເລັກໂຕຣນິກ.

    ປັດຈຸບັນ ລະບົບຖານຂໍ້ມູນ e-manufacturing license ໄດ້ພັດທະນາໃນຮູບແບບ web base application ໂດຍມີການເຊີ່ອມຕໍ່ກັບຖານຂໍ້ມູນທະບຽນວິສາຫະກິດ ໂດຍມີຄວາມສາມາດໃນການຄຸ້ມຄອງ ສະຫຼຸບລາຍງານ ແລະ ມີຄວາມສາມາດທີ່ເດັ່ນໆ ເຊັ່ນ: ສາມາດເກັບກໍາຂໍ້ມູນໂຮງງານອຸດສາຫະກໍາປຸງແຕ່ງຜ່ານລະບົບ ສາມາດອອກໃບຢັ້ງຢືນການດໍາເນີນກິດຈະການໂຮງງານຂັ້ນກົມ ແຂວງ ນະຄອນຫຼວງ ເມືອງ ແລະ ເຂດນິຄົມຜ່ານລະບົບ ທັງສາມາດອອກໃບຢັ້ງຢືນຢຸດເຊົາການດໍາເນີນກິດຈະການໂຮງງານຂັ້ນກົມ ແຂວງ ນະຄອນຫຼວງ ເມືອງ ແລະ ເຂດນິຄົມຜ່ານລະບົບ ສາມາດລາຍງານຕາມລະຫັດປະເພດກິດຈະການ ຕາມຂະໜາດ ຕາມຂັ້ນ ຂອງການອອກໃບຢັ້ງຢືນການດໍາເນີນກິດຈະການໂຮງງານ ແລະ ໃບຢັ້ງຢືນຢຸດເຊົາການດໍາເນີນກິດຈະການໂຮງງານ.

# ຂ່າວ & ພາບ:  ເພັດສະໝອນ

error: Content is protected !!