ເມືອງລະຄອນເພັງ ແຂວງສາລະວັນ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍຸລະດູຮ້ອນເກີດຂຶ້ນໃນເວລາ 17:00 ໂມງຂອງວັນທີ 22 ເມສາ 2020 ໄດ້ສ້າງຄວາມເສຍຫາຍໃຫ້ເຮືອນປະຊາຊົນ.


ອີງຕາມບົດລາຍງານຂອງເຈົ້າເມືອງໆລະຄອນເພັງ ສະບັບເລກທີ 04/ຈມ.ພລ ລົງວັນທີ 23 ເດຶອນເມສາ 2020 ນີ້ວ່າ: ໃນເວລາປະມານ 17:00 ໂມງຕອນແລງຂອງວັນທີ 22 ເດືອນເມສາ 2020 ໄດ້ມີຝົນ ແລະ ລົມພະຍຸລະດູຮອ້ນພັດຜ່ານຂອບເຂດເມືອງລະຄອນເພັງຢ່າງຮຸນແຮງ ເຮັດໃຫ້ຊັບສິນ ແລະເຮືອນຊານຂອງພໍ່ແມ່ປະຊາຊົນໄດ້ຮັບຜົນກະທົບ ແລະ ມີຄວາມເສຍຫາຍຫຼາຍພໍສົມຄວນ ຕາມການເກັບກຳຂໍ້ມູນປະເມີນຜົນເສຍຫາຍໃນເບື່ອງຕົ້ນຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ລົມພະຍຸໄດ້ພັດເຮືອນປະຊາຊົນທັງໝົດ 18 ບ້ານ ມີ 119 ຫຼັງຄາໃນນັ້ນ ເສຍຫາຍໜັກ 5 ຫຼັງຄາເຮືອນ ລົ້ມໝົດຫຼັງ.

