ເຈົ້າໜ້າທີ່ມ້າງເປົ້າໝາຍຄ້າຂາຍຢາເສບຕິດຢູ່ເມືອງຕົ້ນເຜິ້ງ

    ວັນທີ 21 ກໍລະກົດ 2021 ທາງຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ລົງສົມທົບກັບກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ເຂົ້າມ້າງເປົ້າໝາຍຄ້າຂາຍຢາເສບຕິດຢູ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ທ້າວ ສົມຈິດ ແກ້ວໃຈ ພ້ອມທັງໄດ້ກວດຄົ້ນເຮືອນຂອງຜູ້ກ່ຽວ ໄດ້ພົບຂອງກາງຄື:

  • ຢາໄອສ໌ ຈໍານວນ 2 ເປົາ ເທົ່າກັບ 40 ຫໍ່ ມີນ້ຳໜັກ 40 ກິໂລກຣາມ.
  • ໂທລະສັບ 1 ໜ່ວຍ.

    ຜ່ານການສືບສວນ-ສອບສວນ ທ້າວ ສົມຈິດ ໄດ້ໃຫ້ການຊັດທອດຫາຜູ້ເຂົ້າຮ່ວມຂະບວນການຄື:

    1. ທ້າວ ໄມ່ແອ່ນ ອາຍຸປະມານ 29 ປີ ອາຊີບເຮັດນາ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

    2. ທ້າວ ຍອດແສງ ແສງສະຫວັນ ອາຍຸ 26 ປີ ຢູ່ບ້ານ ສີດອນມີ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

    ຈາກນັ້ນ ທາງເຈົ້າໜ້າທີ່ພວກເຮົາໄດ້ເຂົ້າກວດຄົ້ນເຮືອນຂອງທ້າວ ໄມ່ແອ່ນ (ແຕ່ຜູ້ກ່ຽວໄດ້ເອົາຕົວຫຼົບ ໜີກ່ອນ) ຜ່ານການກວດຄົ້ນເຮືອນ ແມ່ນບໍ່ພົບເຫັນສິ່ງທີ່ຜິດກົດໝາຍ ແລະ ໄດ້ເຂົ້າກັກຕົວທ້າວ ຍອດ ແສງ ແສງສະຫວັນ ຢູ່ບ້ານ ສີດອນມີ ເມືອງຕົ້ນເຜິ້ງ ພ້ອມທັງກວດຄົ້ນເຮືອນຂອງຜູ້ກຽ່ວ ໄດ້ພົບເຫັນຄື:

    1. ຢາບ້າຈໍານວນ 367 ມັດ 07 ຖັງນ້ອຍ 147 ເມັດ ເທົ່າກັບ 735.547 ເມັດ ມີນໍ້າໜັກ73,5 ກິໂລກຣາມ.

    2. ປືນ 01 ກະບອກ ພ້ອມລູກ 24 ລູກ.

    3. ເຮືອກາບ 01 ລໍາ

    4. ໂທລະສັບ 02 ໜ່ວຍ.

    ປັດຈຸບັນ ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນຂະຫຍາຍຜົນຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບຂອງກົດໝາຍ.

# ຂ່າວ & ພາບ : ຮອ ວິທູນ ແກ້ວກັນຍາ

error: Content is protected !!